ບໍລິການວີຊາຜູ້ລົງທຶນ (Investment Visa) ລາວ 6 ເດືອນ - 5 ປີ
关于服务提供者
查看资料雇用就上 Seemuehub
无需先付款, 自由职业者接单后再付。 款项由平台托管 直至您确认验收。
-
第 1 步: 达成一致
-
第 2 步: 付款
-
第 3 步: 工作
-
第 4 步: 验收
-
第 5 步: 完成
详细介绍
ບໍລິການຂໍວີຊາຜູ້ລົງທຶນ (Investment Visa) ສຳລັບນັກລົງທຶນທີ່ມາລົງທຶນ, ສ້າງຕັ້ງກິດຈະການ ຫຼື ດຳເນີນທຸລະກິດໃນ ສປປ ລາວ. ໃຫ້ບໍລິການໂດຍ BPH Service. ຜູ້ມີສິດຂໍ: - ຜູ້ກໍ່ຕັ້ງ ແລະ ຜູ້ຮ່ວມກໍ່ຕັ້ງວິສາຫະກິດ - ຜູ້ຖືຮຸ້ນໃນວິສາຫະກິດ - ປະທານ, ຜູ້ອຳນວຍການ ຫຼື ຜູ້ຕ່າງໜ້າທາງກົດໝາຍ ທີ່ມີຊື່ໃນໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດລົງທຶນ ສິດທິ: - ພັກອາໄສ, ດຳເນີນທຸລະກິດ ແລະ ລົງທຶນໃນ ສປປ ລາວ - ບັດພັກເຊົາ ແລະ ວີຊາ ອາຍຸສູງສຸດ 5 ປີ - ຄ້ຳປະກັນວີຊາຜູ້ຕິດຕາມໃຫ້ສະມາຊິກຄອບຄົວໄດ້ ເອກະສານທີ່ຕ້ອງກຽມ: - ໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປະຈຳປີ ແລະ ໃບອະນຸຍາດລົງທຶນ (ຖ້າມີ) - ສຳເນົາໜ້າພາສປອດ ແລະ ຮູບຖ່າຍ - ຖ້າບໍ່ມີຊື່ໃນໃບທະບຽນວິສາຫະກິດ ໃຫ້ໃຊ້ຊຸດໃບຄຳຮ້ອງສ້າງຕັ້ງວິສາຫະກິດທີ່ລະບຸຊື່ຜູ້ກ່ຽວ ຂັ້ນຕອນ: 1. ກ່ອນເຂົ້າລາວ: ຍື່ນຂຶ້ນທະບຽນ ແລະ ຂໍໃບອະນຸຍາດວີຊາ ປະມານ 10 ວັນລັດຖະການ 2. ຫຼັງເຂົ້າລາວ: ສົ່ງພາສປອດຕົ້ນສະບັບທີ່ຕິດວີຊາ ແລະ ຕາປະທັບຜ່ານດ່ານ ເພື່ອອອກບັດພັກເຊົາ ແລະ ວີຊາເຂົ້າ-ອອກຫຼາຍຄັ້ງ ປະມານ 10 ວັນລັດຖະການ ບໍລິການດ່ວນ: ກ່ອນເຂົ້າລາວ 5 ວັນ (+200,000 ກີບ) ຫຼື ຫຼັງເຂົ້າລາວ 5 ວັນ (+700,000 ກີບ). ແຈ້ງທາງແຊັດຖ້າຕ້ອງການ.
