ສອນພາສາອັງກິດ
雇用就上 Seemuehub
无需先付款, 自由职业者接单后再付。 款项由平台托管 直至您确认验收。
-
第 1 步: 达成一致
-
第 2 步: 付款
-
第 3 步: 工作
-
第 4 步: 验收
-
第 5 步: 完成
详细介绍
📚 ເປີດຮັບສອນພິເສດພາສາອັງກິດ ສຳລັບລຸ້ນອາຍຸ 7ປີຂຶ້ນໄປ! English Tutoring Classes | Online & Offline 📍 ນະຄອນຫຼວງວຽງຈັນ, ສປປ ລາວ ✨ ພັດທະນາທັກສະພາສາອັງກິດ ເສີມສ້າງຄວາມໝັ້ນໃຈ ແລະ ກ້າສື່ສານຢ່າງມີປະສິດທິພາບ ພວກເຮົາເປີດຮັບສອນພິເສດພາສາອັງກິດ ທັງຮູບແບບອອນລາຍ (Online) ແລະ ຮູບແບບເຊິ່ງໜ້າ (Offline) ໂດຍເນັ້ນການຮຽນການສອນທີ່ມີຄຸນນະພາບ ອີງຕາມມາດຕະຖານສາກົນພ້ອມປັບຮູບແບບບົດຮຽນໃຫ້ເໝາະສົມກັບລະດັບຄວາມຮູ້ ແລະ ຄວາມຕ້ອງການຂອງຜູ້ຮຽນແຕ່ລະຄົນ. 🎓 ຄຸນວຸດທິຂອງຜູ້ສອນ - ສຳເລັດການສຶກສາຈາກ Vientiane College. - ໄດ້ຮັບປະກາດສະນີຍະບັດຊັ້ນສູງດ້ານພາສາອັງກິດວິຊາການ (Advanced Diploma in Academic English) ພ້ອມຜົນການຮຽນລະດັບດີເດັ່ນ (Distinction). - ໄດ້ຮັບທຶນຮຽນແລກປ່ຽນໃນໂປຣແກຣມ Eramus+ Program. - ເປັນອາຈານຜູ້ຊ່ວຍພາສາອັງກິດຢູ່ໂຮງຮຽນ ວຽງຈັນ ຄໍເລັດ (Vientian College). - ເຄີຍເປັນຄູຕິວຢູ່ສູນອາເມລິກາ ທາດດຳ (American Center@Thatdam) ໃນໂປຣແກຣມ P2P. -.ເປັນອາຈານສອນພາສາລາງໃຫ້ກັບອາຈານຕ່າງປະເທດຢູ່ ໂຮງຮຽນ ວຽງຈັນ ຄໍເລັດ (Vientian College). - ມຸ່ງເນັ້ນການສອນທີ່ເຂົ້າໃຈງ່າຍ ເປັນລະບົບ ແລະ ສາມາດນຳຄວາມຮູ້ໄປໃຊ້ໄດ້ຈິງ. 📖 ລະດັບການຮຽນ ຮອງຮັບຜູ້ຮຽນຕັ້ງແຕ່ລະດັບພື້ນຖານ ຈົນເຖິງລະດັບກາງ: - Beginner – ລະດັບເລີ່ມຕົ້ນ - Elementary – ລະດັບພື້ນຖານ - Pre-Intermediate – ລະດັບກ່ອນປານກາງ - Intermediate – ລະດັບປານກາງ 🌟 ຈຸດເດັ່ນຂອງການຮຽນການສອນ ✅ ຫຼັກສູດມາດຕະຖານສາກົນ: ບົດຮຽນອີງຕາມຫຼັກສູດ Cambridge English ຄອບຄຸມທັກສະການຟັງ, ເວົ້າ, ອ່ານ, ຂຽນ, ໄວຍາກອນ ແລະ ຄຳສັບ. ✅ ແບບຝຶກຫັດຫຼາກຫຼາຍ: ມີແບບຝຶກຫັດ ວຽກບ້ານ ແລະ ກິດຈະກຳຝຶກທັກສະທີ່ຊ່ວຍໃຫ້ຜູ້ຮຽນສາມາດນຳໃຊ້ພາສາອັງກິດໃນຊີວິດປະຈຳວັນ. ✅ ຕິດຕາມຄວາມກ້າວໜ້າຢ່າງຕໍ່ເນື່ອງ: ມີການປະເມີນຜົນ ຕິດຕາມພັດທະນາການ ແລະ ໃຫ້ຄຳແນະນຳເພື່ອປັບປຸງຈຸດທີ່ຄວນພັດທະນາ. ✅ ບົດຮຽນທີ່ປັບໃຫ້ເໝາະສົມກັບຜູ້ຮຽນ: ສາມາດປັບເນື້ອໃນ ຄວາມໄວໃນການຮຽນ ແລະ ແຜນການສອນຕາມເປົ້າໝາຍຂອງຜູ້ຮຽນ. ✅ ເວລາຮຽນຍືດຫຍຸ່ນ: ສາມາດປຶກສາ ແລະ ຈັດຕາຕະລາງຮຽນໃຫ້ເໝາະສົມກັບເວລາວ່າງ ແລະ ຄວາມສະດວກຂອງຜູ້ຮຽນ. ✅ ໃສ່ໃຈຜູ້ຮຽນແຕ່ລະຄົນ: ມຸ່ງເນັ້ນການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອດ້ານການຮຽນຢ່າງໃກ້ຊິດ. 💻 ຮູບແບບການຮຽນ 🌐 Online Classes: ຮຽນຜ່ານລະບົບອອນລາຍ ສະດວກສະບາຍ ສາມາດຮຽນໄດ້ຈາກທຸກສະຖານທີ່. 🏫 Offline Classes: ຮຽນແບບພົບໜ້າກັບຜູ້ສອນ ພາຍໃນນະຄອນຫຼວງວຽງຈັນ. 🚀 ເລີ່ມຕົ້ນພັດທະນາພາສາອັງກິດຂອງທ່ານຕັ້ງແຕ່ມື້ນີ້! ບໍ່ວ່າທ່ານຈະເປັນຜູ້ເລີ່ມຕົ້ນ ຫຼື ຕ້ອງການພັດທະນາທັກສະພາສາອັງກິດໃຫ້ດີຂຶ້ນເຮົາພ້ອມຊ່ວຍສົ່ງເສີມການຮຽນຮູ້ຂອງທ່ານດ້ວຍບົດຮຽນທີ່ມີຄຸນນະພາບ ແລະ ເໝາະສົມກັບເປົ້າໝາຍຂອງທ່ານ. 📩 ສົນໃຈສະໝັກຮຽນ ຫຼື ສອບຖາມລາຍລະອຽດເພີ່ມເຕີມ ສາມາດຕິດຕໍ່ຜ່ານທາງຂໍ້ຄວາມໄດ້ເລີຍ! Learn English. Build Confidence. Achieve Your Goals.
