ກ່ຽວກັບ Seemuehub
ຕະຫຼາດບໍລິການ ແລະ ຟຣີແລນຊ໌ ທີ່ພັດທະນາຈາກສີມືຄົນລາວ, ໂດຍ Vanguard Initiative Co., Ltd.
ວິໄສທັດ
ມຸ່ງໝັ້ນສ້າງແພລັດຟອມຟຣີແລນຊ໌ຂອງປະເທດລາວ ທີ່ເປັນຂົວຕໍ່ລະຫວ່າງຜູ້ປະກອບການ ແລະ ຟຣີແລນຊ໌ມືອາຊີບ, ພ້ອມທັງສົ່ງເສີມການເຂົ້າເຖິງໂອກາດທີ່ເທົ່າທຽມ ແລະ ພັດທະນາສັກກະຍະພາບຂອງສີມືຄົນລາວ ເພື່ອການເຕີບໂຕແບບຍືນຍົງ ແລະ ກຽມພ້ອມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.
ພາລະກິດ
- ສ້າງສັນ ແລະ ພັດທະນາເທັກໂນໂລຢີ
- ສ້າງລະບົບນິເວດທີ່ໂປ່ງໃສ ແລະ ເທົ່າທຽມ
- ສົ່ງເສີມການພັດທະນາສັກກະຍະພາບສີມືຄົນລາວ
- ເປີດປະຕູສູ່ຕະຫຼາດສາກົນ
ສິ່ງທີ່ Seemuehub ເຮັດ
-
ຟຣີແລນຊ໌ ແລະ ບໍລິການ ໃນບ່ອນດຽວ
ເບິ່ງຜົນງານ, ລາຄາເປັນກີບ ແລະ ເວລາສົ່ງງານຂອງຟຣີແລນຊ໌ລາວ ກ່ອນຕັດສິນໃຈຈ້າງ.
-
ປະກາດຫາຟຣີແລນຊ໌ ໃຫ້ຟຣີແລນຊ໌ມາສະເໜີລາຄາ
ບໍ່ເຫັນບໍລິການທີ່ຕ້ອງການ? ຜູ້ຈ້າງປະກາດຫາຟຣີແລນຊ໌, ທີມງານກວດສອບ, ແລ້ວຟຣີແລນຊ໌ທີ່ສົນໃຈຕິດຕໍ່ມາຜ່ານແຊັດ.
-
ແຊັດ ແລະ ອໍເດີ້ ພາຍໃນແພລັດຟອມ
ສື່ສານກັບຟຣີແລນຊ໌ໂດຍກົງ, ແລກປ່ຽນໄຟລ໌ ແລະ ຕິດຕາມຄວາມຄືບໜ້າຂອງວຽກໃນບ່ອນດຽວ.
-
ບໍ່ມີຄ່າທຳນຽມ ເຖິງ 12/2026
ຍົກເວັ້ນຄ່າທຳນຽມ ເພື່ອສະໜັບສະໜູນຟຣີແລນຊ໌ລາວ.
- ຢາກຈ້າງ? ເບິ່ງບໍລິການ
- ມີສີມື? ຮັບວຽກຈາກປະກາດຫາຟຣີແລນຊ໌
ຫາວຽກປະຈຳກັບບໍລິສັດ? ຢູ່ seemuehub.org, ບັນຊີ Seemuehub ດຽວກັນ
