ສີມືຮັບ ເຮັດໜ້າທີ່ເປັນຜູ້ໃຫ້ບໍລິການເວທີອອນລາຍເທົ່ານັ້ນ. ພວກເຮົາບໍ່ໄດ້ເປັນພາກສ່ວນໃນການສັນຍາວ່າ ຈ້າງ, ການຕົກລົງວຽກ ຫຼື ຂໍ້ຜູກມັດທາງກົດໝາຍລະຫວ່າງຜູ້ຈ້າງງານ ແລະ ຟຣີແລນຊ໌. ພວກເຮົາພຽງແຕ່ ໃຫ້ບໍລິການເຄື່ອງມື ແລະ ລະບົບເພື່ອອຳນວຍຄວາມສະດວກໃນການຊອກຫາ, ຈ້າງງານ ແລະ ຊຳລະເງິນ.
ສີມືຮັບ ບໍ່ຮັບປະກັນຄຸນນະພາບວຽກ, ຄວາມຖືກຕ້ອງຂອງຂໍ້ມູນ ຫຼື ຄວາມສາມາດໃນການຊຳລະເງິນຂອງ ຜູ້ຈ້າງ. ຜູ້ໃຊ້ທຸກຄົນຄວນມີຄວາມຮັບຜິດຊອບ ແລະ ພິຈາລະນາຄູ່ຮ່ວມງານຂອງຕົນເອງກ່ອນຕັດສິນໃຈ.
ເພື່ອສ້າງຄວາມເຂົ້າໃຈທີ່ຊັດເຈນ ແລະ ຮັບປະກັນຄຸນນະພາບຂອງລະບົບ, ຜູ້ໃຊ້ທຸກຄົນທີ່ຕ້ອງການລົງທະບຽນເປັນ ຟຣີແລນຊ໌ ຫຼື ຜູ້ຈ້າງງານໃນ Seemuehub ຕ້ອງປະຕິບັດຕາມເງື່ອນໄຂດັ່ງຕໍ່ໄປນີ້:
ສຳລັບຜູ້ທີ່ຕ້ອງການສະໝັກເປັນ ຟຣີແລນຊ໌ ໃນລະບົບສີມືຮັບ, ທ່ານຕ້ອງມີຄຸນສົມບັດດັ່ງນີ້:
ມີຄວາມສາມາດ ແລະ ທັກສະທີ່ຊັດເຈນ: ຕ້ອງມີຄວາມຊ່ຽວຊານ ຫຼື ທັກສະສະເພາະດ້ານໃດໜຶ່ງທີ່ສາມາດສະໜອງໃຫ້ບໍລິການໄດ້ (ເຊັ່ນ: ການອອກແບບກຣາຟິກ, ການຂຽນບົດຄວາມ, ການພັດທະນາເວັບໄຊ, ການແປພາສາ, ການຕະຫຼາດອອນລາຍ, ແລະ ອື່ນໆ).
ຂໍ້ມູນສ່ວນຕົວທີ່ຖືກຕ້ອງ: ຕ້ອງໃຫ້ຂໍ້ມູນສ່ວນຕົວທີ່ແທ້ຈິງ ແລະ ເປັນປັດຈຸບັນ ເຊັ່ນ: ຊື່ເຕັມ, ທີ່ຢູ່ອີເມວ, ແລະ ເບີໂທລະສັບທີ່ສາມາດຕິດຕໍ່ໄດ້.
ສ້າງໂປຣໄຟລ໌ທີ່ຄົບຖ້ວນ: ຕ້ອງສ້າງໂປຣໄຟລ໌ ຟຣີແລນຊ໌ ທີ່ລະອຽດ, ລວມມີ:
ຮູບໂປຣໄຟລ໌: ຮູບພາບທີ່ສຸພາບ ແລະ ເປັນມືອາຊີບ.
ລາຍລະອຽດທັກສະ ແລະ ຄວາມຊ່ຽວຊານ: ລະບຸຢ່າງຊັດເຈນວ່າຕົນເອງມີທັກສະຫຍັງແດ່.
ປະສົບການເຮັດວຽກ: ອະທິບາຍປະສົບການທີ່ຜ່ານມາ.
ຜົນງານຕົວຢ່າງ (Portfolio): ອັບໂຫລດຜົນງານທີ່ຜ່ານມາເພື່ອສະແດງຄວາມສາມາດ (ສຳຄັນຫຼາຍສຳລັບການດຶງດູດຜູ້ຈ້າງ).
ອັດຕາຄ່າບໍລິການ: ລະບຸອັດຕາຄ່າບໍລິການທີ່ຕ້ອງການຢ່າງຊັດເຈນ (ເຊັ່ນ: ຕໍ່ໂຄງການ, ຕໍ່ຊົ່ວໂມງ, ຫຼື ອັດຕາຄົງທີ່).
ຄວາມຮັບຜິດຊອບ ແລະ ຄວາມເປັນມືອາຊີບ: ຕ້ອງມີຄວາມຮັບຜິດຊອບໃນການປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ສຳເລັດຕາມກຳນົດເວລາ ແລະ ຮັກສາຄຸນນະພາບຂອງວຽກ.
ການສື່ສານທີ່ດີ: ພ້ອມທີ່ຈະສື່ສານກັບຜູ້ຈ້າງງານຢ່າງສະໝໍ່າສະເໝີ ແລະ ສຸພາບ.
ບໍ່ມີປະຫວັດການສໍ້ໂກງ: ບໍ່ເຄີຍມີປະຫວັດການສໍ້ໂກງ, ການລະເມີດນະໂຍບາຍຂອງເວທີອື່ນໆ ຫຼື ການກະທຳທີ່ຜິດກົດໝາຍ.
ສຳລັບຜູ້ທີ່ຕ້ອງການສະໝັກເປັນ ຜູ້ຈ້າງງານ ໃນລະບົບສີມືຮັບ, ທ່ານຕ້ອງມີຄຸນສົມບັດດັ່ງນີ້:
ຂໍ້ມູນສ່ວນຕົວ ຫຼື ຂໍ້ມູນບໍລິສັດທີ່ຖືກຕ້ອງ: ຕ້ອງໃຫ້ຂໍ້ມູນທີ່ແທ້ຈິງ ແລະ ເປັນປັດຈຸບັນ ເຊັ່ນ: ຊື່ເຕັມ/ຊື່ບໍລິສັດ, ທີ່ຢູ່ອີເມວ, ແລະ ເບີໂທລະສັບທີ່ສາມາດຕິດຕໍ່ໄດ້.
ມີຈຸດປະສົງທີ່ຈະຈ້າງງານແທ້ຈິງ: ຕ້ອງມີຄວາມຕ້ອງການທີ່ຈະຈ້າງ ຟຣີແລນຊ໌ ເພື່ອປະຕິບັດວຽກງານສະເພາະໃດໜຶ່ງຢ່າງແທ້ຈິງ, ບໍ່ແມ່ນເພື່ອຈຸດປະສົງອື່ນ (ເຊັ່ນ: ການໂຄສະນາຊວນເຊື້ອ ຫຼື ການສໍ້ໂກງ).
ລະບຸລາຍລະອຽດວຽກທີ່ຊັດເຈນ: ໃນເວລາໂພສວຽກ, ຕ້ອງລະບຸລາຍລະອຽດຂອງໂຄງການຢ່າງ ຄົບຖ້ວນ ເຊັ່ນ:
ຂອບເຂດວຽກ: ອະທິບາຍລາຍລະອຽດຂອງວຽກທີ່ຈະໃຫ້ ຟຣີແລນຊ໌ ເຮັດ.
ງົບປະມານ: ລະບຸງົບປະມານທີ່ຕັ້ງໄວ້ສຳລັບໂຄງການ.
ເວລາກຳນົດສົ່ງ: ລະບຸກຳນົດເວລາທີ່ຕ້ອງການໃຫ້ວຽກສຳເລັດ.
ທັກສະທີ່ຕ້ອງການ: ລະບຸທັກສະສະເພາະທີ່ ຟຣີແລນຊ໌ ຄວນມີ.
ມີຄວາມສາມາດໃນການຊຳລະເງິນ: ຕ້ອງມີຄວາມສາມາດໃນການຊຳລະຄ່າບໍລິການໃຫ້ ຟຣີແລນຊ໌ ຕາມຂໍ້ຕົກລົງທີ່ໄດ້ກຳນົດໄວ້.
ການສື່ສານທີ່ດີ: ພ້ອມທີ່ຈະສື່ສານກັບ ຟຣີແລນຊ໌ ຢ່າງສະໝໍ່າສະເໝີ ແລະ ສຸພາບເພື່ອໃຫ້ວຽກສຳເລັດລຸລ່ວງ.
ບໍ່ມີປະຫວັດການສໍ້ໂກງ: ບໍ່ເຄີຍມີປະຫວັດການສໍ້ໂກງ, ການລະເມີດນະໂຍບາຍຂອງເວທີອື່ນໆ ຫຼື ການກະທຳທີ່ຜິດກົດໝາຍ.
ຂັ້ນຕອນການເຕີມ: ຜູ້ຈ້າງງານຕ້ອງເຕີມເຄຣດິດເຂົ້າໃນບັນຊີຂອງຕົນເອງກ່ອນການປະກາດວຽກ ຫຼື ກ່ອນຈ້າງຟຣີແລນຊ໌. ເຄຣດິດທີ່ເຕີມເຂົ້າຈະຖືກເກັບໄວ້ໃນບັນຊີຂອງທ່ານ.
ການລັອກເຄຣດິດ (Escrow): ເມື່ອມີການຕົກລົງການຈ້າງງານ, ເຄຣດິດ ຈະຖືກຫັກ ອອກຈາກບັນຊີຂອງຜູ້ຈ້າງງານ 50% ຫຼື ຕາມຈຳນວນມູນຄ່າການຈ້າງງານທັງໝົດ ແລະ ຈະເກັບໄວ້ໃນລະບົບກາງ (Escrow) ເພື່ອຮັບປະກັນການຊຳລະເງິນຈົນກວ່າວຽກຈະສຳເລັດ.
ຂັ້ນຕອນການຈ່າຍ: ຫຼັງຈາກຟຣີແລນຊ໌ສົ່ງວຽກສຳເລັດ ແລະ ຜູ້ຈ້າງງານ ຢືນຢັນການຮັບວຽກສຳເລັດແລ້ວ, ຟຣີແລນຊ໌ ຈະຕ້ອງຂໍຖອນເງິນກັບລະບົບ, ສີມືຮັບ ຈະກວດສອບ ແລະ ຈະໂອນເງີນເຂົ້າບັນຊີຂອງຟຣີແລນຊ໌ອັດຕະໂນມັດ ພາຍໃນ 24 ຊົ່ວໂມງ (ຂື້ນກັບການສະໝັກເປັນ ຟຣີແລນຊ໌).
ຄ່າທຳນຽມ: ສີມືຮັບ ຈະເກັບຄ່າທຳນຽມການບໍລິການ 10-15% ຂອງມູນຄ່າງານທັງໝົດທີ່ຜູ້ຈ້າງຊຳລະ (ຄ່າບໍລິການຈະຂື້ນກັບການສະໝັກເປັນຟຣີແລນຊ໌). ຄ່າທຳນຽມບໍລິການຈະຖືກຫັກກ່ອນ ແລະ ຊຳລະຍອດທີ່ເຫຼືອໃຫ້ຟຣີແລນຊ໌.
ຜູ້ຈ້າງງານ: ມີຄວາມຮັບຜິດຊອບໃນການໃຫ້ລາຍລະອຽດວຽກທີ່ຊັດເຈນ, ສື່ສານກັບຟຣີແລນຊ໌ຢ່າງສຸພາບ, ແລະ ຢືນຢັນການຮັບວຽກ ຫຼື ລາຍງານບັນຫາພາຍໃນໄລຍະເວລາທີ່ກຳນົດ.
ຟຣີແລນຊ໌: ມີຄວາມຮັບຜິດຊອບໃນການປະຕິບັດວຽກໃຫ້ສຳເລັດຕາມຂໍ້ຕົກລົງ ແລະ ກຳນົດເວລາທີ່ໄດ້ຕົກລົງກັນ, ສື່ສານຢ່າງໂປ່ງໃສ, ແລະ ສະແດງໃຫ້ເຫັນຜົນງານທີ່ສອດຄ່ອງກັບລາຍ ລະອຽດທີ່ໄດ້ຕົກລົງ.
ການປະຕິບັດຕາມກົດໝາຍ: ທັງສອງຝ່າຍຕ້ອງຮັບຜິດຊອບຕໍ່ການປະຕິບັດຕາມກົດໝາຍ.
ຜູ້ໃຊ້ທຸກຄົນຖືກຫ້າມບໍ່ໃຫ້ປະຕິບັດການໃດໆ ທີ່ກໍ່ໃຫ້ເກີດຄວາມເສຍຫາຍ ຫຼື ສ້າງບັນຫາໃຫ້ກັບເວທີ ແລະ ຜູ້ໃຊ້ອື່ນໆ:
ຫ້າມໃຊ້ຄຳເວົ້າທີ່ຫຍາບຄາຍ, ສ້າງຄວາມວຸ້ນວາຍ, ຂົ່ມຂູ່ ຫຼື ກໍ່ກວນຜູ້ໃຊ້ຄົນອື່ນ.
ຫ້າມກະທຳການໃດໆ ທີ່ເປັນການຫຼອກລວງ ຫຼື ບໍ່ຊື່ສັດ, ເຊັ່ນ: ການສະແດງຜົນງານປອມ, ການໃຫ້ຂໍ້ມູນສ່ວນຕົວທີ່ບໍ່ຖືກຕ້ອງ.
ຫ້າມອັບໂຫຼດ, ເຜີຍແຜ່ ຫຼື ແບ່ງປັນເນື້ອຫາທີ່ຜິດກົດໝາຍ, ລາມົກ, ຫຼື ລະເມີດສິດສ່ວນບຸກຄົນ.
ຫ້າມສົ່ງຂໍ້ຄວາມ ຫຼື ລາຍງານວຽກທີ່ບໍ່ກ່ຽວຂ້ອງ, ຊໍ້າຊ້ອນ, ຫຼື ມີຈຸດປະສົງໂຄສະນາທີ່ບໍ່ໄດ້ຮັບອະນຸຍາດ.
ຫ້າມໃຊ້ຂໍ້ມູນປອມຂໍ້ມູນ,ການສ້າງບັນຊີຫຼາຍອັນ ຫຼື ການຫຼອກລວງ, ຜູ້ໃຊ້ທຸກຄົນຕ້ອງໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ຄົບຖ້ວນໃນທຸກຂັ້ນຕອນ
ຫ້າມບໍ່ໃຫ້ສື່ສານນອກລະບົບ ກໍລະນີທີ່ສື່ສານນອກລະບົບ ຈະບໍ່ຮັບໄກ່ເກຍໃຫ້ທຸກກໍລະນີ, ທັງສອງຝ່າຍຕ້ອງສື່ສານ (Chat) ກັນພາຍໃນລະບົບເທົ່ານັ້ນ.
ຫ້າມ ຟຣີແລນຊ໌ ແລະ ຜູ້ຈ້າງງານ ເຜີຍແຜ່ ຫຼື ແລກປ່ຽນຂໍ້ມູນຕິດຕໍ່ພາຍນອກ (ເຊັ່ນ: ເບີໂທລະສັບ ຫຼື ທີ່ຢູ່ອີເມວ) ໃນພື້ນທີ່ສາທາລະນະ ຫຼື ໃນຂໍ້ຄວາມໂດຍກົງ.
ຫ້າມໃຊ້ວຽກ ຫຼື ຂໍ້ມູນທີ່ລະເມີດລິຂະສິດ ຫຼື ຊັບສິນທາງປັນຍາຂອງບຸກຄົນອື່ນ.
ຫ້າມຕົກລົງຈ້າງງານ ແລະ ຈ່າຍເງິນນອກເວທີ ສີມືຮັບ ເພື່ອຫຼີກລ່ຽງຄ່າທຳນຽມ. ການກະທຳດັ່ງກ່າວຖືເປັນການລະເມີດຂໍ້ກຳນົດຢ່າງຮ້າຍແຮງ ແລະ ຈະຖືກລົງໂທດ.
ເມື່ອຜູ້ໃຊ້ລະເມີດຂໍ້ກຳນົດ ຫຼື ຂໍ້ຫ້າມທີ່ໄດ້ລະບຸໄວ້, ສີມືຮັບ ມີສິດດຳເນີນການຕາມມາດຕະການດັ່ງຕໍ່ໄປນີ້:
ກໍລະນີທີ່ບໍ່ຮ້າຍແຮງຈະມີການສົ່ງຄຳເຕືອນຜ່ານອີເມວ ຫຼື ຂໍ້ຄວາມໃນລະບົບ
ໂຈະບັນຊີຜູ້ໃຊ້ຊົ່ວຄາວ ແລະ ບັນຊີຈະຖືກລະງັບການນຳໃຊ້ເປັນໄລຍະເວລາໃດໜຶ່ງ.
ປິດບັນຊີຜູ້ໃຊ້ແບບຖາວອນ ຖ້າມີການກະທຳຜິດຮ້າຍແຮງ ຫຼື ກະທຳຜິດຊ້ຳ, ບັນຊີຈະຖືກປິດຢ່າງຖາວອນ. ຜູ້ໃຊ້ທີ່ຖືກປິດບັນຊີຈະບໍ່ສາມາດໃຊ້ບໍລິການໃດໆອີກຕໍ່ໄປ.
ໃນກໍລະນີທີ່ມີການສໍ້ໂກງ, ສີມືຮັບມີສິດທີ່ຈະຍຶດຍອດເງິນ ຫຼື ເຄຣດິດທີ່ຢູ່ໃນບັນຊີຂອງຜູ້ກະທຳຜິດໄວ້ ແລະ ຈະບໍ່ສາມາດຖອນຄືນໄດ້.
8. ການແກ້ໄຂຂໍ້ຂັດແຍ່ງ (Dispute Resolution)
ກໍລະນີທີ່ເກີດຄວາມຂັດແຍ່ງລະຫວ່າງຜູ້ຈ້າງງານ ແລະ ຟຣີແລນຊ໌, ທັງສອງຝ່າຍຕ້ອງປະຕິບັດຕາມ ຂັ້ນຕອນທີ່ໄດ້ ກຳນົດໄວ້ເພື່ອໃຫ້ການແກ້ໄຂເປັນໄປຢ່າງຍຸດຕິທຳ ແລະ ມີປະສິດທິພາບ.
ທັງສອງຝ່າຍ (ຜູ້ຈ້າງງານ ແລະ ຟຣີແລນຊ໌) ຕ້ອງພະຍາຍາມແກ້ໄຂບັນຫາໂດຍການສື່ສານກັນໂດຍ ກົງຜ່ານລະບົບຂໍ້ຄວາມຂອງເວທີ ສີມືຮັບ ເປັນອັນດັບທຳອິດ.
ຖ້າການແກ້ໄຂດ້ວຍຕົນເອງບໍ່ສຳເລັດ, ຝ່າຍທີ່ບໍ່ພໍໃຈສາມາດຍື່ນຄຳຮ້ອງຂໍໃຫ້ມີການໄກ່ເກ່ຍຈາກ ສີມືຮັບ ໄດ້ພາຍໃນ 7 ວັນ, ນັບຕັ້ງແຕ່ມື້ທີ່ສົ່ງມອບວຽກສຳເລັດ ຫຼື ວັນກຳນົດສົ່ງວຽກສິ້ນສຸດລົງ. ການຍື່ນຄຳຮ້ອງຕ້ອງເຮັດເປັນລາຍລັກອັກສອນພ້ອມລະບຸລາຍລະອຽດຂອງບັນຫາຢ່າງຈະແຈ້ງ.
ເມື່ອໄດ້ຮັບຄຳຮ້ອງ, ທີມງານຂອງ ສີມືຮັບ ຈະເຂົ້າໄປພິຈາລະນາບັນຫາ, ໂດຍການກວດສອບຫຼັກຖານຕ່າງໆ ເຊັ່ນ: ຂໍ້ຄວາມສື່ສານ, ໄຟລ໌ວຽກ, ແລະ ຂໍ້ຕົກລົງເບື້ອງຕົ້ນ.
ທັງສອງຝ່າຍອາດຖືກຮ້ອງຂໍໃຫ້ສະໜອງຂໍ້ມູນ ຫຼື ຫຼັກຖານເພີ່ມເຕີມເພື່ອປະກອບການພິຈາລະນາພາຍໃນໄລຍະເວລາທີ່ກຳນົດ.
ຫຼັງຈາກການພິຈາລະນາຢ່າງລະອຽດ, ສີມືຮັບ ຈະໃຫ້ຄຳຕັດສິນໃຈທີ່ເປັນທຳໂດຍອີງໃສ່ຂໍ້ກຳນົດ ແລະ ຫຼັກຖານທີ່ມີ. ຄຳຕັດສິນນີ້ອາດລວມເຖິງການຄືນເຄຣດິດໃຫ້ຜູ້ຈ້າງງານທັງໝົດ ຫຼື ບາງສ່ວນ, ການຈ່າຍເຄຣດິດໃຫ້ຟຣີແລນຊ໌ບາງສ່ວນ ຫຼື ການໃຫ້ວຽກຖືກຍົກເລີກໂດຍບໍ່ມີການຈ່າຍເງິນ.
ຄຳຕັດສິນຂອງ ສີມືຮັບ ຖືເປັນທີ່ສິ້ນສຸດ ແລະ ຜູກມັດທຸກຝ່າຍ. ຜູ້ໃຊ້ບໍ່ສາມາດອຸທອນ ຫຼື ດຳເນີນການທາງກົດໝາຍຕໍ່ ສີມືຮັບ ໄດ້.
ສີມືຮັບ ມີຄວາມຮັບຜິດຊອບພຽງແຕ່ໃນການໄກ່ເກ່ຍຂໍ້ຂັດແຍ່ງທີ່ເກີດຂຶ້ນພາຍໃນລະບົບເທົ່ານັ້ນ. ພວກເຮົາບໍ່ມີຄວາມຮັບຜິດຊອບຕໍ່ຄວາມເສຍຫາຍ, ການສູນເສຍລາຍໄດ້, ຫຼື ຂໍ້ຜູກມັດໃດໆ ທີ່ເກີດຂຶ້ນນອກເໜືອຈາກເວທີຂອງພວກເຮົາ.