ເຄຣດິດແມ່ນສະກຸນເງິນພາຍໃນເວທີຂອງ ສີມືຮັບ (Seemuehub), 1 ເຄຣດິດ ມີມູນຄ່າເທົ່າກັບ 1 ກີບ (LAK). ເຄຣດິດທີ່ເຕີມເຂົ້າຈະຖືກເກັບໄວ້ໃນບັນຊີຂອງທ່ານ ແລະ ສາມາດນຳໃຊ້ໄດ້ສະເພາະທຸລະກຳພາຍ ໃນລະ ບົບເທົ່ານັ້ນ.
ເພື່ອຄວາມໂປ່ງໃສ ແລະ ຄວາມປອດໄພຂອງການດຳເນີນທຸລະກຳ, ການເຕີມເຄຣດິດຈະຖືກປະຕິບັດຕາມ ຂັ້ນຕອນທີ່ລະບຸໄວ້ຂ້າງລຸ່ມນີ້:
ທ່ານຕ້ອງປ້ອນຈຳນວນເຄຣດິດທີ່ຕ້ອງການເຕີມເຂົ້າໃນບັນຊີຂອງທ່ານ.
ເລືອກຊ່ອງທາງການຊຳລະເງິນທີ່ຮອງຮັບຊື່ ບັນຊີ: VANGUARD INITIATIVE CO., LTD, ທະນາຄານ: Indochina Bank (IB). ລະບົບຈະສ້າງລະຫັດ QR ຫຼື ຂໍ້ມູນການໂອນເງິນສະເພາະສຳລັບການເຕີມເຄຣດິດຄັ້ງນັ້ນໆ. ທ່ານຕ້ອງນຳໃຊ້ Mobile Banking ຂອງທ່ານເພື່ອສະແກນລະຫັດ Lao QR ດັ່ງກ່າວ ຫຼື ໂອນເງິນຕາມຂໍ້ມູນທີ່ລະບຸໄວ້.
ຫຼັງຈາກການຊຳລະເງິນສຳເລັດ, ລະບົບຈະປ່ຽນເງິນຂອງທ່ານເປັນເຄຣດິດໃຫ້ອັດຕະໂນມັດ ແລະ ທ່ານຈະໄດ້ຮັບເຄຣດິດເຂົ້າບັນຊີຕາມຈຳນວນເງິນທີ່ເຕີມ.
ເຄຣດິດແມ່ນໃຊ້ສຳລັບການຊຳລະຄ່າຈ້າງ, ຊື້ບໍລິການ ຫຼື ຄ່າທຳນຽມຕ່າງໆ ພາຍໃນເວທີ ສີມືຮັບ (Seemuehub). ເມື່ອມີການຕົກລົງຈ້າງງານ, ເຄຣດິດມູນຄ່າວຽກຈະຖືກເກັບໄວ້ໃນລະບົບ Escrow ຈົນກວ່າວຽກຈະສຳເລັດ.
ເຄຣດິດທີ່ຍັງເຫຼືອບໍ່ສາມາດຖອນເເປັນເງິນໄດ້, ເຄຣດິດສາມາດໃຊ້ຊື້ບໍລິການພາຍໃນລະບົບເທົ່ານັ້ນ.
ຫ້າມໃຊ້ວິທີການທີ່ຜິດກົດໝາຍໃນການເຕີມເຄຣດິດ, ການກະທຳດັ່ງກ່າວຈະຖືກລົງໂທດຢ່າງເຂັ້ມງວດ.
ສີມືຮັບ ຂໍສະຫງວນສິດໃນການກວດສອບທຸກທຸລະກຳການເຕີມເຄຣດິດທີ່ໜ້າສົງໄສ ແລະ ອາດຈະຮ້ອງຂໍຂໍ້ມູນເພີ່ມເຕີມຈາກທ່ານເພື່ອຢັ້ງຢືນຄວາມຖືກຕ້ອງ.
ທ່ານຕ້ອງຮັບຜິດຊອບຕໍ່ຄວາມຖືກຕ້ອງຂອງຂໍ້ມູນການຊຳລະເງິນ ແລະ ຄວາມປອດໄພຂອງບັນຊີຕົນເອງ.
ຫ້າມນຳໃຊ້ລະຫັດ QR ທີ່ເຄີຍຊຳລະແລ້ວມາສະແກນເພື່ອເຕີມເງິນໃໝ່, ເນື່ອງຈາກລະຫັດດັ່ງກ່າວຈະໄດ້ເຄຣດິດເທົ່າກັບເຄຣດິດທີ່ເຄີຍເຕີມຜ່ານມາ. ທາງພວກເຮົາຈະບໍ່ຮັບຜິດຊອບ ຕໍ່ການເຕີມເຄຣດິດຈາກ QR ເກົ່າແລ້ວໄດ້ເຄຣດິດບໍ່ຄົບຕາມຈຳ ນວນທີ່ຕ້ອງການຕາມຂໍ້ກຳນົດນີ້. ທ່ານຄວນປະຕິບັດຕາມຂັ້ນຕອນການເຕີມເງິນທີ່ລະບຸໄວ້ໃນຂໍ້ 2 ຢ່າງເຄັ່ງຄັດ.