ເພື່ອໃຫ້ມີຄວາມເຂົ້າໃຈທີ່ຊັດເຈນໃນການນຳໃຊ້ນະໂຍບາຍນີ້, ຄຳສັບຕ່າງໆ ທີ່ນຳໃຊ້ໃນເອກະສານມີຄວາມໝາຍດັ່ງຕໍ່ໄປນີ້:
ລະບົບ ສີມືຮັບ (Seemuehub): ໝາຍເຖິງ ແພລັດຟອມອອນລາຍ, ເວັບໄຊ ແລະ/ຫຼື ໂປຣແກຣມ(mobile application) ທີ່ຖືກສ້າງຂຶ້ນໂດຍ Seemuehub ເພື່ອເປັນສູນກາງໃນການເຊື່ອມຕໍ່ລະຫວ່າງ Freelance ແລະ ຜູ້ວ່າຈ້າງ.
ຜູ້ໃຊ້ (User): ໝາຍເຖິງ ບຸກຄົນ ຫຼື ຜູ້ປະກອບການທີ່ເຂົ້າເຖິງ ຫຼື ນຳໃຊ້ລະບົບ ສີມືຮັບ, ເຊິ່ງລວມເຖິງ Freelance ແລະ ຜູ້ວ່າຈ້າງ.
Freelance: ໝາຍເຖິງ ບຸກຄົນທີ່ມີຄວາມສາມາດ, ທັກສະ, ຄວາມຊ່ຽວຊານສະເພາະດ້ານໃດໜຶ່ງ ແລະ ນຳໃຊ້ລະບົບເພື່ອສະໜອງການບໍລິການໃຫ້ກັບຜູ້ວ່າຈ້າງ.
ຜູ້ວ່າຈ້າງ (Employer/Client): ໝາຍເຖິງ ບຸກຄົນ ຫຼື ຜູ້ປະກອບການທີ່ນຳໃຊ້ລະບົບເພື່ອຊອກຫາ ແລະ ວ່າຈ້າງ Freelance ເພື່ອປະຕິບັດວຽກງານສະເພາະໃດໜຶ່ງ.
ຂໍ້ມູນສ່ວນຕົວ (Personal Data): ໝາຍເຖິງ ຂໍ້ມູນທີ່ສາມາດນຳໃຊ້ເພື່ອລະບຸຕົວຕົນຂອງບຸກຄົນໄດ້, ເຊັ່ນ: ຊື່, ນາມສະກຸນ, ທີ່ຢູ່ອີເມວ, ເບີໂທລະສັບ, ທີ່ຢູ່, ແລະ ຂໍ້ມູນອື່ນໆ ທີ່ລະບຸໄວ້ໃນນະໂຍບາຍນີ້.
ເນື້ອຫາ (Content): ໝາຍເຖິງ ຂໍ້ມູນ, ຂໍ້ຄວາມ, ຮູບພາບ, ໄຟລ໌ວີດີໂອ, ຜົນງານຕົວຢ່າງ, ລາຍລະອຽດວຽກ, ແລະ ຂໍ້ມູນອື່ນໆ ທີ່ຜູ້ໃຊ້ອັບໂຫຼດ, ສ້າງ ຫຼື ເຜີຍແຜ່ໃນລະບົບ.
ລະບົບ ສີມືຮັບ ຖືກສ້າງຂຶ້ນເພື່ອເປັນສູນກາງການເຊື່ອມຕໍ່ລະຫວ່າງພະນັກງານ Freelance ໃນ ສປປ ລາວ ແລະ ຜູ້ປະກອບການ ຫຼື ບຸກຄົນທີ່ຕ້ອງການຈ້າງ Freelance. ເພື່ອໃຫ້ການນຳໃຊ້ລະບົບເປັນໄປຢ່າງມີປະສິດທິພາບ, ປອດໄພ ແລະ ຍຸຕິທຳ, ຜູ້ໃຊ້ທຸກຄົນຕ້ອງປະຕິບັດຕາມນະໂຍບາຍດັ່ງຕໍ່ໄປນີ້:
2.1. ການລົງທະບຽນ ແລະ ຂໍ້ມູນຜູ້ໃຊ້
ຄວາມຖືກຕ້ອງຂອງຂໍ້ມູນ: ຜູ້ໃຊ້ທຸກຄົນຕ້ອງໃຫ້ຂໍ້ມູນທີ່ຖືກຕ້ອງ, ຄົບຖ້ວນ ແລະ ເປັນປັດຈຸບັນໃນເວລາລົງທະບຽນ ແລະ ໃນໂປຣໄຟລ໌ຂອງຕົນເອງ. ການໃຫ້ຂໍ້ມູນທີ່ເປັນເທັດອາດນຳໄປສູ່ການຖືກລະງັບບັນຊີ.
ບັນຊີດຽວ: ຜູ້ໃຊ້ແຕ່ລະຄົນ (ທັງ Freelance ແລະ ຜູ້ວ່າຈ້າງ) ໄດ້ຮັບອະນຸຍາດໃຫ້ມີພຽງໜຶ່ງບັນຊີເທົ່ານັ້ນ.
ຄວາມປອດໄພຂອງບັນຊີ: ຜູ້ໃຊ້ມີຄວາມຮັບຜິດຊອບໃນການຮັກສາລະຫັດຜ່ານ ແລະ ຂໍ້ມູນເຂົ້າສູ່ລະບົບຂອງຕົນເອງເປັນຄວາມລັບ. ຫ້າມເຜີຍແຜ່ ຫຼື ແບ່ງປັນບັນຊີໃຫ້ບຸກຄົນອື່ນ.
2.2. ການສ້າງໂປຣໄຟລ໌ ແລະ ການໂຄສະນາວຽກ
ໂປຣໄຟລ໌: Freelance ຕ້ອງສ້າງໂປຣໄຟລ໌ທີ່ຊັດເຈນ, ລະບຸທັກສະ, ປະສົບການ, ຜົນງານຕົວຢ່າງ (portfolio) ແລະ ອັດຕາຄ່າບໍລິການທີ່ຕ້ອງການ. ຫ້າມໃຊ້ຮູບພາບ ຫຼື ເນື້ອຫາທີ່ບໍ່ເໝາະສົມ.
ການໂພສວຽກ (Job Posting): ຜູ້ວ່າຈ້າງຕ້ອງອະທິບາຍລາຍລະອຽດວຽກໃຫ້ຊັດເຈນ, ລວມທັງຂອບເຂດວຽກ, ງົບປະມານ, ເວລາກຳນົດສົ່ງ ແລະ ທັກສະທີ່ຕ້ອງການ. ຫ້າມໂພສວຽກທີ່ຜິດກົດໝາຍ, ຜິດສິນທຳ ຫຼື ມີເນື້ອຫາທີ່ບໍ່ເໝາະສົມ.
2.3. ການສື່ສານ ແລະ ການເຮັດທຸລະກຳ
ການສື່ສານ: ຜູ້ໃຊ້ຄວນສື່ສານກັນຢ່າງສຸພາບ ແລະ ເປັນມືອາຊີບ ພາຍໃນລະບົບເທົ່ານັ້ນ. ການສື່ສານຢູ່ນອກລະບົບ ເຊັ່ນ: ຜ່ານແອັບພລິເຄຊັນອື່ນ, ອີເມວ, ຫຼື ໂທລະສັບ, ຈະບໍ່ໄດ້ຮັບການປົກປ້ອງຈາກນະໂຍບາຍນີ້. ຫ້າມໃຊ້ຄຳເວົ້າທີ່ຫຍາບຄາຍ, ສ້າງຄວາມກຽດຊັງ ຫຼື ປ່ອຍຂ່າວລື.
ການຊຳລະເງິນ: ສີມືຮັບສະໜອງຊ່ອງທາງການຊຳລະເງິນທີ່ປອດໄພເພື່ອອຳນວຍຄວາມສະດວກໃຫ້ຜູ້ໃຊ້. ຖ້າຜູ້ວ່າຈ້າງເລືອກຊຳລະເງິນຜ່ານລະບົບຂອງເຮົາ, ເງິນຈະຖືກເກັບໄວ້ໃນລະບົບກ່ອນ ແລະ ຈະຊຳລະໃຫ້ Freelance ເມື່ອຮັບຮອງການສົ່ງມອບວຽກຈາກຜູ້ຈ້າງງານສຳເລັດ. ການຊຳລະເງິນຢູ່ນອກລະບົບແມ່ນຈະບໍ່ໄດ້ຮັບການປົກປ້ອງຈາກນະໂຍບາຍນີ້.
ການແກ້ໄຂຂໍ້ຂັດແຍ່ງ: ໃນກໍລະນີເກີດຂໍ້ຂັດແຍ່ງລະຫວ່າງ Freelance ແລະ ຜູ້ວ່າຈ້າງ, ສີມືຮັບຈະໃຫ້ການຊ່ວຍເຫຼືອໃນການແກ້ໄຂຂໍ້ຂັດແຍ່ງໂດຍກົງ ສະເພາະກໍລະນີທີ່ທັງການສື່ສານ ແລະ ການຊຳລະເງິນໄດ້ຖືກເຮັດຜ່ານລະບົບຂອງເຮົາເທົ່ານັ້ນ. ສຳລັບການເຮັດທຸລະກຳຢູ່ນອກລະບົບ, ຜູ້ໃຊ້ຕ້ອງຮັບຜິດຊອບໃນການແກ້ໄຂບັນຫາກັນເອງ.
2.4. ຂໍ້ຫ້າມ
ຫ້າມນຳໃຊ້ລະບົບເພື່ອການກະທຳທີ່ຜິດກົດໝາຍ, ການສໍ້ໂກງ, ການສ້າງຄວາມເສຍຫາຍ ຫຼື ການລະເມີດສິດທິຂອງບຸກຄົນອື່ນ.
ຫ້າມໂພສເນື້ອຫາທີ່ເປັນການຈຳແນກເຊື້ອຊາດ, ສາດສະໜາ, ເພດ, ຄວາມພິການ ຫຼື ອື່ນໆ.
ຫ້າມສົ່ງສະແປມ, ໄວຣັສ ຫຼື ລະຫັດທີ່ເປັນອັນຕະລາຍຜ່ານລະບົບ.
ຫ້າມພະຍາຍາມເຂົ້າເຖິງລະບົບ ຫຼື ຂໍ້ມູນຂອງຜູ້ໃຊ້ຄົນອື່ນໂດຍບໍ່ໄດ້ຮັບອະນຸຍາດ.
ການລະເມີດລິຂະສິດ ແລະ ຊັບສິນທາງປັນຍາ: ຫ້າມນຳໃຊ້, ອັບໂຫລດ, ຫຼື ເຜີຍແຜ່ເນື້ອຫາໃດໆທີ່ລະເມີດລິຂະສິດ, ເຄື່ອງໝາຍການຄ້າ, ສິດທິບັດ, ຄວາມລັບທາງການຄ້າ, ຫຼື ຊັບສິນທາງປັນຍາອື່ນໆຂອງບຸກຄົນທີສາມ. ຜູ້ໃຊ້ມີຄວາມຮັບຜິດຊອບຢ່າງເຕັມທີ່ຕໍ່ເນື້ອຫາທີ່ຕົນເອງເຜີຍແຜ່.
2.5. ການປະຕິບັດຕາມກົດໝາຍທ້ອງຖິ່ນ
ຜູ້ໃຊ້ທຸກຄົນຕ້ອງຮັບຜິດຊອບໃນການປະຕິບັດຕາມກົດໝາຍ, ຂໍ້ບັງຄັບ, ດໍາລັດ, ແລະ ພັນທະຕ່າງໆຂອງ ສປປ ລາວ ທີ່ກ່ຽວຂ້ອງກັບການນໍາໃຊ້ລະບົບ, ການວ່າຈ້າງ, ການເຮັດວຽກ Freelance, ພາສີອາກອນ ແລະ ການຊໍາລະເງິນ. Seemuehub ບໍ່ມີພັນທະໃນການໃຫ້ຄຳປຶກສາດ້ານກົດໝາຍ ຫຼື ພາສີ.
2.6. ການຮັບປະກັນຄຸນນະພາບ ແລະ ການປະຕິເສດຄວາມຮັບຜິດຊອບ
Seemuehub ເປັນພຽງແພລັດຟອມສຳລັບເຊື່ອມຕໍ່ລະຫວ່າງ Freelance ແລະ ຜູ້ວ່າຈ້າງເທົ່ານັ້ນ. ພວກເຮົາບໍ່ໄດ້ກວດສອບຄຸນນະພາບວຽກຂອງ Freelance ຫຼື ຄວາມໜ້າເຊື່ອຖືຂອງຜູ້ວ່າຈ້າງໂດຍກົງ. ການຕັດສິນໃຈວ່າຈ້າງ ຫຼື ຮັບວຽກແມ່ນຂຶ້ນກັບການພິຈາລະນາຂອງຜູ້ໃຊ້ເອງ.
Seemuehub ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ, ການສູນເສຍ, ຫຼື ຂໍ້ຂັດແຍ່ງໃດໆທີ່ເກີດຂຶ້ນຈາກການເຮັດທຸລະກຳລະຫວ່າງຜູ້ໃຊ້, ລວມເຖິງແຕ່ບໍ່ຈຳກັດສະເພາະການບໍ່ສຳເລັດຂອງວຽກ, ຄຸນນະພາບວຽກ ຫຼື ຂໍ້ຂັດແຍ່ງສ່ວນຕົວ.
2.7. ຄ່າທຳນຽມ: ສີມືຮັບ ຈະເກັບຄ່າທຳນຽມການບໍລິການ 10-15% ຂອງມູນຄ່າງານທັງໝົດທີ່ຜູ້ຈ້າງຊຳລະ (ຄ່າບໍລິການຈະຂື້ນກັບການສະໝັກເປັນຟຣີແລນຊ໌). ຄ່າທຳນຽມບໍລິການຈະຖືກຫັກກ່ອນ ແລະ ຊຳລະຍອດທີ່ເຫຼືອໃຫ້ຟຣີແລນຊ໌.
2.8. ການລະງັບ ຫຼື ຍົກເລີກບັນຊີ
ລະບົບສີມືຮັບສະຫງວນສິດໃນການລະງັບ ຫຼື ຍົກເລີກບັນຊີຂອງຜູ້ໃຊ້ທີ່ລະເມີດນະໂຍບາຍການນຳໃຊ້ ໂດຍບໍ່ຈຳເປັນຕ້ອງແຈ້ງລ່ວງໜ້າ.
ການກະທຳທີ່ຮ້າຍແຮງເຊັ່ນ: ການສໍ້ໂກງ, ການລະເມີດກົດໝາຍ, ຫຼື ການສ້າງຄວາມເສຍຫາຍໃຫ້ລະບົບ ຫຼື ຜູ້ໃຊ້ອື່ນ ອາດນຳໄປສູ່ການດຳເນີນຄະດີທາງກົດໝາຍ.
ສີມືຮັບ (Seemuehub) ໃຫ້ຄວາມສຳຄັນກັບການປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຊ້. ນະໂຍບາຍນີ້ອະທິບາຍເຖິງວິທີການທີ່ພວກເຮົາເກັບກຳ, ນຳໃຊ້, ເກັບຮັກສາ ແລະ ປົກປ້ອງຂໍ້ມູນຂອງທ່ານ.
3.1. ຂໍ້ມູນທີ່ພວກເຮົາເກັບກຳ
ພວກເຮົາເກັບກຳຂໍ້ມູນທີ່ຈຳເປັນເພື່ອໃຫ້ບໍລິການລະບົບສີມືຮັບຢ່າງມີປະສິດທິພາບ ເຊິ່ງລວມມີ:
ຂໍ້ມູນສ່ວນຕົວ: ຊື່, ນາມສະກຸນ, ທີ່ຢູ່ອີເມວ, ເບີໂທລະສັບ, ຂໍ້ມູນໂປຣໄຟລ໌ (ເຊັ່ນ: ທັກສະ, ປະສົບການ, ຜົນງານ, ຮູບພາບ).
ຂໍ້ມູນການນຳໃຊ້: ຂໍ້ມູນກ່ຽວກັບການໂຕ້ຕອບຂອງທ່ານກັບລະບົບ ເຊັ່ນ: ການຊອກຫາວຽກ, ການໂພສວຽກ, ປະຫວັດການສື່ສານ.
ຂໍ້ມູນທາງດ້ານເຕັກນິກ: ທີ່ຢູ່ IP, ປະເພດບຣາວເຊີ, ລະບົບປະຕິບັດການ, ເວລາເຂົ້າເຖິງ.
ຂໍ້ມູນບັນຊີທະນາຄານ: ຊື່ທະນາຄານ, ຊື່ເຈົ້າຂອງບັນຊີ , ເລກບັນຊີທະນາຄານ ແລະ ຮູບພາບປື້ມບັນຊີທະນາຄານ
3.2. ການນຳໃຊ້ຂໍ້ມູນ
ພວກເຮົາຈະນຳໃຊ້ຂໍ້ມູນທີ່ເກັບກຳມາເພື່ອຈຸດປະສົງດັ່ງຕໍ່ໄປນີ້:
ການໃຫ້ບໍລິການ: ເພື່ອອຳນວຍຄວາມສະດວກໃນການເຊື່ອມຕໍ່ລະຫວ່າງ Freelance ແລະ ຜູ້ວ່າຈ້າງ, ການສະແດງໂປຣໄຟລ໌, ການໂພສວຽກ, ແລະ ການສື່ສານພາຍໃນລະບົບໃຫ້ເປັນໄປຢ່າງສະດວກສະບາຍ.
ການປັບປຸງລະບົບ: ພວກເຮົາວິເຄາະຂໍ້ມູນການນຳໃຊ້ເພື່ອເຂົ້າໃຈວ່າຜູ້ໃຊ້ມີການໂຕ້ຕອບກັບລະບົບແນວໃດ. ການວິເຄາະນີ້ຊ່ວຍໃຫ້ພວກເຮົາ ປັບປຸງປະສິດທິພາບ, ອອກແບບຄຸນສົມບັດໃໝ່ໆ, ແລະ ຍົກລະດັບປະສົບການ ຂອງຜູ້ໃຊ້ໃຫ້ດີຂຶ້ນເລື້ອຍໆ.
ການແຈ້ງເຕືອນ: ພວກເຮົາຈະສົ່ງການແຈ້ງເຕືອນຕ່າງໆ ເພື່ອແຈ້ງໃຫ້ທ່ານຊາບກ່ຽວກັບ ວຽກທີ່ອາດກ່ຽວຂ້ອງກັບຄວາມຊ່ຽວຊານຂອງທ່ານ, ການອັບເດດລະບົບ, ການປ່ຽນແປງນະໂຍບາຍ, ຫຼື ຂໍ້ຄວາມສຳຄັນອື່ນໆ ທີ່ຈຳເປັນຕໍ່ການນຳໃຊ້ແພລັດຟອມ.
ຄວາມປອດໄພ: ເພື່ອປົກປ້ອງຜູ້ໃຊ້ ແລະ ລະບົບຂອງພວກເຮົາ, ພວກເຮົາໃຊ້ຂໍ້ມູນທີ່ເກັບກຳມາເພື່ອ ກວດສອບ ແລະ ປ້ອງກັນການກະທຳທີ່ອາດເປັນການສໍ້ໂກງ ຫຼື ການລະເມີດນະໂຍບາຍຕ່າງໆ. ນີ້ລວມເຖິງການຮັກສາຄວາມປອດໄພຂອງບັນຊີ, ການກວດຈັບກິດຈະກຳທີ່ຜິດປົກກະຕິ, ແລະ ການປົກປ້ອງຂໍ້ມູນສ່ວນຕົວ.
3.3. ການເປີດເຜີຍຂໍ້ມູນ
ພວກເຮົາຈະບໍ່ຂາຍ, ແລກປ່ຽນ, ຫຼື ໃຫ້ເຊົ່າຂໍ້ມູນສ່ວນຕົວຂອງທ່ານແກ່ບຸກຄົນທີສາມ, ຍົກເວັ້ນໃນກໍລະນີດັ່ງຕໍ່ໄປນີ້:
ດ້ວຍຄວາມຍິນຍອມຂອງທ່ານ: ພວກເຮົາຈະເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານຕໍ່ພາກສ່ວນອື່ນໄດ້ກໍຕໍ່ເມື່ອ ພວກເຮົາໄດ້ຮັບການອະນຸຍາດຢ່າງຊັດເຈນຈາກທ່ານເທົ່ານັ້ນ. ຕົວຢ່າງ: ທ່ານຕົກລົງທີ່ຈະໃຫ້ໂປຣໄຟລ໌ຂອງທ່ານຖືກສະແດງຕໍ່ຜູ້ວ່າຈ້າງ.
ຜູ້ໃຫ້ບໍລິການພາກສ່ວນທີສາມ: ພວກເຮົາອາດຈະແບ່ງປັນຂໍ້ມູນໃນຂອບເຂດທີ່ຈໍາເປັນກັບ ຜູ້ໃຫ້ບໍລິການທີ່ເຊື່ອຖືໄດ້ ເຊິ່ງເປັນຄູ່ຮ່ວມງານຂອງພວກເຮົາໃນການດໍາເນີນງານລະບົບ. ຕົວຢ່າງເຊັ່ນ: ການນໍາໃຊ້ບໍລິການໂຮສຕິ້ງເຊີເວີ ເພື່ອເກັບຮັກສາຂໍ້ມູນ, ຫຼື ບໍລິການດ້ານຄວາມປອດໄພ. ຜູ້ໃຫ້ບໍລິການເຫຼົ່ານີ້ມີພັນທະຕາມສັນຍາທີ່ຈະ ຮັກສາຄວາມລັບຂອງຂໍ້ມູນຂອງທ່ານຢ່າງເຂັ້ມງວດ.
ຂໍ້ກຳນົດທາງກົດໝາຍ: ໃນກໍລະນີທີ່ມີ ຄຳສັ່ງຈາກສານ, ກົດໝາຍ, ຫຼື ກົດລະບຽບຂອງລັດຖະບານທີ່ບັງຄັບໃຫ້ເປີດເຜີຍຂໍ້ມູນ, ພວກເຮົາອາດມີຄວາມຈຳເປັນຕ້ອງປະຕິບັດຕາມ. ພວກເຮົາຈະເປີດເຜີຍຂໍ້ມູນພຽງເທົ່າທີ່ຈຳເປັນຕາມກົດໝາຍກຳນົດ.
ການປົກປ້ອງສິດທິ: ພວກເຮົາອາດເປີດເຜີຍຂໍ້ມູນເພື່ອ ປົກປ້ອງສິດ, ຊັບສິນ, ຫຼື ຄວາມປອດໄພ ຂອງລະບົບ ສີມືຮັບ, ຜູ້ໃຊ້ຄົນອື່ນ, ຫຼື ຕໍ່ສາທາລະນະ. ຕົວຢ່າງ: ໃນກໍລະນີທີ່ມີການສໍ້ໂກງ, ການລະເມີດນະໂຍບາຍຂອງລະບົບ, ຫຼື ການກະທຳທີ່ອາດເປັນອັນຕະລາຍ.
3.4. ການຮັກສາຄວາມປອດໄພຂອງຂໍ້ມູນ
ພວກເຮົາໃຊ້ກຳລັງມາດຕະການດ້ານເຕັກນິກ ແລະ ການບໍລິຫານທີ່ສົມເຫດສົມຜົນເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານຈາກການເຂົ້າເຖິງໂດຍບໍ່ໄດ້ຮັບອະນຸຍາດ, ການນຳໃຊ້ທີ່ຜິດພາດ, ການສູນເສຍ, ຫຼື ການທຳລາຍ. ເຖິງຢ່າງໃດກໍຕາມ, ບໍ່ມີລະບົບໃດສາມາດຮັບປະກັນຄວາມປອດໄພ 100% ໄດ້.
3.5. ການເກັບຮັກສາຂໍ້ມູນ
ພວກເຮົາຈະເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ຕາບໃດທີ່ຈຳເປັນເພື່ອຈຸດປະສົງທີ່ໄດ້ລະບຸໄວ້ໃນນະໂຍບາຍນີ້ ຫຼື ຕາມທີ່ກົດໝາຍກຳນົດ.
3.6. ສິດທິຂອງຜູ້ໃຊ້
ເຂົ້າເຖິງຂໍ້ມູນ: ຂໍເຂົ້າເຖິງຂໍ້ມູນສ່ວນຕົວຂອງຕົນເອງທີ່ພວກເຮົາເກັບກຳ.
ແກ້ໄຂຂໍ້ມູນ: ຂໍໃຫ້ແກ້ໄຂຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ບໍ່ສົມບູນ.
ລຶບຂໍ້ມູນ: ຂໍໃຫ້ລຶບຂໍ້ມູນສ່ວນຕົວພາຍໃຕ້ເງື່ອນໄຂທີ່ກຳນົດ.
3.7. ການໃຊ້ Cookies ແລະ ເທັກໂນໂລຢີການຕິດຕາມ
ລະບົບສີມືຮັບອາດນຳໃຊ້ Cookies, Web Beacons, ແລະ ເທັກໂນໂລຢີການຕິດຕາມອື່ນໆ ເພື່ອປັບປຸງປະສົບການຂອງຜູ້ໃຊ້, ວິເຄາະການນຳໃຊ້ເວັບໄຊ, ແລະ ສະແດງເນື້ອຫາທີ່ກ່ຽວຂ້ອງ. ທ່ານສາມາດຈັດການການຕັ້ງຄ່າ Cookies ຜ່ານບຣາວເຊີຂອງທ່ານໄດ້, ແຕ່ການປິດໃຊ້ງານ Cookies ອາດສົ່ງຜົນກະທົບຕໍ່ການເຮັດວຽກບາງຢ່າງຂອງລະບົບ.
3.8. ການປົກປ້ອງຂໍ້ມູນຂອງເດັກນ້ອຍ
ລະບົບສີມືຮັບບໍ່ໄດ້ມີເຈດຕະນາເກັບກຳຂໍ້ມູນສ່ວນຕົວຈາກບຸກຄົນທີ່ມີອາຍຸຕ່ຳກວ່າ 15 ປີ. ຖ້າທ່ານເປັນພໍ່ແມ່ ຫຼື ຜູ້ປົກຄອງ ແລະ ເຊື່ອວ່າລູກຂອງທ່ານໄດ້ໃຫ້ຂໍ້ມູນສ່ວນຕົວແກ່ພວກເຮົາ, ກະລຸນາຕິດຕໍ່ພວກເຮົາເພື່ອໃຫ້ລຶບຂໍ້ມູນດັ່ງກ່າວອອກ.
3.9. ຊ່ອງທາງຕິດຕໍ່ສຳລັບຄຳຖາມກ່ຽວກັບຂໍ້ມູນ
ຖ້າທ່ານມີຄຳຖາມ, ຂໍ້ສົງໄສ, ຫຼື ຕ້ອງການໃຊ້ສິດທິຂອງທ່ານກ່ຽວກັບນະໂຍບາຍການຮັກສາຂໍ້ມູນນີ້, ກະລຸນາຕິດຕໍ່ພວກເຮົາຜ່ານ info@seemuehub.com ຫຼື +856 20 9445 9922.
3.10. ການປ່ຽນແປງນະໂຍບາຍ
ພວກເຮົາສະຫງວນສິດໃນການປັບປຸງນະໂຍບາຍການຮັກສາຂໍ້ມູນນີ້ເປັນບາງຄັ້ງຄາວ. ການປ່ຽນແປງໃດໆ ຈະມີຜົນບັງຄັບໃຊ້ທັນທີຫຼັງຈາກການເຜີແຜ່ໃນລະບົບ. ພວກເຮົາຈະແຈ້ງໃຫ້ຜູ້ຊາບຜ່ານຊ່ອງທາງທີ່ເໝາະສົມ.