ຂ້າມໄປຫາເນື້ອຫາ

ສອນພາສາອັງກິດ

ເບິ່ງແລ້ວ 151 ຄັ້ງ ສົ່ງວຽກ 30 ມື້

ກ່ຽວກັບຜູ້ໃຫ້ບໍລິການ

Alisa ໃໝ່

ເຂົ້າຮ່ວມ 02/2026 · ລະດັບຟຣີແລນຊ໌ ຝຶກຫັດ

ເບິ່ງໂປຣໄຟລ໌

ຈ້າງຜ່ານ Seemuehub

ຍັງບໍ່ຕ້ອງຈ່າຍ ຈົນກວ່າຟຣີແລນຊ໌ຈະຮັບວຽກ. ເງິນຢູ່ກັບລະບົບ ຈົນທ່ານອະນຸມັດວຽກ.

  1. ຂັ້ນຕອນທີ 1: ຕົກລົງ

    ລົມ ແລະ ຖາມລາຍລະອຽດໄດ້ຟຣີ. ຟຣີແລນຊ໌ກົດ "ຮັບວຽກ" ກ່ອນ

  2. ຂັ້ນຕອນທີ 2: ຊຳລະ

    ເງິນຢູ່ກັບລະບົບ

    ຈ່າຍຜ່ານ QR ທະນາຄານ ຫຼື Wallet. ເງິນຖືກເກັບໄວ້ກັບລະບົບ

  3. ຂັ້ນຕອນທີ 3: ເຮັດວຽກ

    ເງິນຢູ່ກັບລະບົບ

    ຟຣີແລນຊ໌ເຮັດຕາມແພັກເກັດ ແລະ ແຜນການເຮັດວຽກ

  4. ຂັ້ນຕອນທີ 4: ກວດວຽກ

    ເງິນຢູ່ກັບລະບົບ

    ທ່ານກວດວຽກທີ່ສົ່ງມາ ແລ້ວກົດອະນຸມັດ

  5. ຂັ້ນຕອນທີ 5: ສຳເລັດ

    ເງິນໂອນໃຫ້ຟຣີແລນຊ໌ ເມື່ອທ່ານອະນຸມັດວຽກ

  • ມີບັນຫາ? ກົດ "ລາຍງານບັນຫາ" — ເງິນຍັງຢູ່ກັບລະບົບ ຈົນທີມງານຕັດສິນ
  • ບໍ່ກົດອະນຸມັດ? ລະບົບອະນຸມັດໃຫ້ອັດຕະໂນມັດ ຫຼັງສົ່ງວຽກ 3 ມື້

ລາຍລະອຽດ

📚 ເປີດຮັບສອນພິເສດພາສາອັງກິດ ສຳລັບລຸ້ນອາຍຸ 7ປີຂຶ້ນໄປ! English Tutoring Classes | Online & Offline 📍 ນະຄອນຫຼວງວຽງຈັນ, ສປປ ລາວ ✨ ພັດທະນາທັກສະພາສາອັງກິດ ເສີມສ້າງຄວາມໝັ້ນໃຈ ແລະ ກ້າສື່ສານຢ່າງມີປະສິດທິພາບ ພວກເຮົາເປີດຮັບສອນພິເສດພາສາອັງກິດ ທັງຮູບແບບອອນລາຍ (Online) ແລະ ຮູບແບບເຊິ່ງໜ້າ (Offline) ໂດຍເນັ້ນການຮຽນການສອນທີ່ມີຄຸນນະພາບ ອີງຕາມມາດຕະຖານສາກົນພ້ອມປັບຮູບແບບບົດຮຽນໃຫ້ເໝາະສົມກັບລະດັບຄວາມຮູ້ ແລະ ຄວາມຕ້ອງການຂອງຜູ້ຮຽນແຕ່ລະຄົນ. 🎓 ຄຸນວຸດທິຂອງຜູ້ສອນ - ສຳເລັດການສຶກສາຈາກ Vientiane College. - ໄດ້ຮັບປະກາດສະນີຍະບັດຊັ້ນສູງດ້ານພາສາອັງກິດວິຊາການ (Advanced Diploma in Academic English) ພ້ອມຜົນການຮຽນລະດັບດີເດັ່ນ (Distinction). - ໄດ້ຮັບທຶນຮຽນແລກປ່ຽນໃນໂປຣແກຣມ Eramus+ Program. - ເປັນອາຈານຜູ້ຊ່ວຍພາສາອັງກິດຢູ່ໂຮງຮຽນ ວຽງຈັນ ຄໍເລັດ (Vientian College). - ເຄີຍເປັນຄູຕິວຢູ່ສູນອາເມລິກາ ທາດດຳ (American Center@Thatdam) ໃນໂປຣແກຣມ P2P. -.ເປັນອາຈານສອນພາສາລາງໃຫ້ກັບອາຈານຕ່າງປະເທດຢູ່ ໂຮງຮຽນ ວຽງຈັນ ຄໍເລັດ (Vientian College). - ມຸ່ງເນັ້ນການສອນທີ່ເຂົ້າໃຈງ່າຍ ເປັນລະບົບ ແລະ ສາມາດນຳຄວາມຮູ້ໄປໃຊ້ໄດ້ຈິງ. 📖 ລະດັບການຮຽນ ຮອງຮັບຜູ້ຮຽນຕັ້ງແຕ່ລະດັບພື້ນຖານ ຈົນເຖິງລະດັບກາງ: - Beginner – ລະດັບເລີ່ມຕົ້ນ - Elementary – ລະດັບພື້ນຖານ - Pre-Intermediate – ລະດັບກ່ອນປານກາງ - Intermediate – ລະດັບປານກາງ 🌟 ຈຸດເດັ່ນຂອງການຮຽນການສອນ ✅ ຫຼັກສູດມາດຕະຖານສາກົນ: ບົດຮຽນອີງຕາມຫຼັກສູດ Cambridge English ຄອບຄຸມທັກສະການຟັງ, ເວົ້າ, ອ່ານ, ຂຽນ, ໄວຍາກອນ ແລະ ຄຳສັບ. ✅ ແບບຝຶກຫັດຫຼາກຫຼາຍ: ມີແບບຝຶກຫັດ ວຽກບ້ານ ແລະ ກິດຈະກຳຝຶກທັກສະທີ່ຊ່ວຍໃຫ້ຜູ້ຮຽນສາມາດນຳໃຊ້ພາສາອັງກິດໃນຊີວິດປະຈຳວັນ. ✅ ຕິດຕາມຄວາມກ້າວໜ້າຢ່າງຕໍ່ເນື່ອງ: ມີການປະເມີນຜົນ ຕິດຕາມພັດທະນາການ ແລະ ໃຫ້ຄຳແນະນຳເພື່ອປັບປຸງຈຸດທີ່ຄວນພັດທະນາ. ✅ ບົດຮຽນທີ່ປັບໃຫ້ເໝາະສົມກັບຜູ້ຮຽນ: ສາມາດປັບເນື້ອໃນ ຄວາມໄວໃນການຮຽນ ແລະ ແຜນການສອນຕາມເປົ້າໝາຍຂອງຜູ້ຮຽນ. ✅ ເວລາຮຽນຍືດຫຍຸ່ນ: ສາມາດປຶກສາ ແລະ ຈັດຕາຕະລາງຮຽນໃຫ້ເໝາະສົມກັບເວລາວ່າງ ແລະ ຄວາມສະດວກຂອງຜູ້ຮຽນ. ✅ ໃສ່ໃຈຜູ້ຮຽນແຕ່ລະຄົນ: ມຸ່ງເນັ້ນການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອດ້ານການຮຽນຢ່າງໃກ້ຊິດ. 💻 ຮູບແບບການຮຽນ 🌐 Online Classes: ຮຽນຜ່ານລະບົບອອນລາຍ ສະດວກສະບາຍ ສາມາດຮຽນໄດ້ຈາກທຸກສະຖານທີ່. 🏫 Offline Classes: ຮຽນແບບພົບໜ້າກັບຜູ້ສອນ ພາຍໃນນະຄອນຫຼວງວຽງຈັນ. 🚀 ເລີ່ມຕົ້ນພັດທະນາພາສາອັງກິດຂອງທ່ານຕັ້ງແຕ່ມື້ນີ້! ບໍ່ວ່າທ່ານຈະເປັນຜູ້ເລີ່ມຕົ້ນ ຫຼື ຕ້ອງການພັດທະນາທັກສະພາສາອັງກິດໃຫ້ດີຂຶ້ນເຮົາພ້ອມຊ່ວຍສົ່ງເສີມການຮຽນຮູ້ຂອງທ່ານດ້ວຍບົດຮຽນທີ່ມີຄຸນນະພາບ ແລະ ເໝາະສົມກັບເປົ້າໝາຍຂອງທ່ານ. 📩 ສົນໃຈສະໝັກຮຽນ ຫຼື ສອບຖາມລາຍລະອຽດເພີ່ມເຕີມ ສາມາດຕິດຕໍ່ຜ່ານທາງຂໍ້ຄວາມໄດ້ເລີຍ! Learn English. Build Confidence. Achieve Your Goals.

ບໍລິການອື່ນໃນໝວດ ຮຽນພິເສດ

ເບິ່ງທັງໝົດ

ຍັງບໍ່ຕ້ອງຈ່າຍ ຈົນກວ່າຟຣີແລນຊ໌ຈະຮັບວຽກ

ແພັກເກັດ 📚 ແພັກເກັດຮຽນພາສາອັງກິດ 1 ເດືອນ

1,600,000 ກີບ