ຂ້າມໄປຫາເນື້ອຫາ
ເປີດຮັບສະໝັກ ຟຣີແລນຊ໌

ແອັດມິນເພຈ ແລະ ຍິງໂຄສະນາ ຕະຫຼາດສີຂຽວ ບຶງທາດຫຼວງ

Laosway - Gate to Lao Life ການຕະຫຼາດ ແລະ ໂຄສະນາ ປະກາດ 16/11/2026 ປິດຮັບ 16/12/2026

ລາຍລະອຽດວຽກ

ຕະຫຼາດສີຂຽວ ບຶງທາດຫຼວງ ເປັນຕະຫຼາດສົດໃນເຂດເສດຖະກິດພິເສດ ເນັ້ນຜັກປອດສານພິດ ແລະ ກະສິກຳສະອາດ ສຳລັບຊື້ກັບບ້ານ. ເປີດໃຫ້ຜູ້ຂາຍຈອງພື້ນທີ່ບູທ ແລະ ຊຳລະລາຍເດືອນຜ່ານລະບົບ Laosway Events. ທີມງານພິມ ແລະ ທີມປ້າຍມີແລ້ວ ຂາດພຽງທີມງານການຕະຫຼາດ ແລະ ອອກແບບ. ໜ້າວຽກ: ແອັດມິນເພຈ ແລະ ຍິງໂຄສະນາ - ດູແລເພຈຕະຫຼາດ: ໂພສຕາມແຜນ, ຕອບແຊັດ, ຕອບຜູ້ສົນໃຈຈອງບູທ - ຍິງໂຄສະນາຫາກຸ່ມເປົ້າໝາຍ ເພື່ອດຶງດູດຜູ້ຂາຍ ແລະ ຄົນທີ່ສົນໃຈ ເຂົ້າມາຈອງພື້ນທີ່ຂາຍສິນຄ້າ - ລາຍງານຜົນປະຈຳເດືອນ ຄ່າຕອບແທນ: 3,000,000 ກີບ/ເດືອນ ງົບໂຄສະນາແຍກຕ່າງຫາກ ວິທີຄັດເລືອກ ຄັດເລືອກຈາກຜົນງານ ແລະ ການສຳພາດ/ນຳສະເໜີແນວທາງ. ເຈົ້າຂອງຕະຫຼາດຈະເປັນຜູ້ຄັດເລືອກວ່າຈະຈ້າງໃຜ. ຜູ້ຕິດຕໍ່: sinuan silivanghan, +856 20 99 569 292

ຜູ້ປະກາດ

Laosway - Gate to Lao Life

@LaosWay