ສີມືຮັບ (Seemuehub), ເຊິ່ງເປັນແພລັດຟອມທີ່ພັດທະນາໂດຍຄົນລາວ 100% ທີ່ເປັນສືກາງໃນການເຊື່ອມໂຍງລະຫວ່າງ Freelancers ແລະ ບັນດາຜູ້ປະກອບການ, ອົງກອນ, ຫຼື ບຸກຄົນທົ່ວໄປ, ທີ່ເພື່ອຕອບສະໜອງຄວາມຕ້ອງການດ້ານແຮງງານ ໃນ ສປປ ລາວ
ພວກເຮົາເລັ່ງເຫັນເຖິງສັກກະຍະພາບອັນໃຫຍ່ຫຼວງຂອງຕະຫຼາດແຮງງານ Freelance ໃນ ສປປ ລາວ ແລະ ຄວາມຈຳເປັນຂອງການສ້າງໂອກາດເຮັດວຽກທີ່ຍືດຍຸ່ນໃຫ້ແກ່ທັງຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ. ສີມືຮັບ (Seemuehub) ໄດ້ຮັບການອອກແບບຢ່າງພິຖີພິຖັນເພື່ອສ້າງລະບົບນິເວດທີ່ອຳນວຍຄວາມສະດວກໃຫ້ Freelancers ສາມາດນຳສະເໜີທັກສະ, ປະສົບການ ແລະ ຜົນງານຂອງຕົນເອງໃຫ້ຕໍ່ຕະຫຼາດໃຫ້ກວ້າງຂວາງ, ພ້ອມກັນນັ້ນກໍຊ່ວຍໃຫ້ຜູ້ຈ້າງງານສາມາດຄົ້ນຫາ ແລະ ຈ້າງງານ ຫຼື ຮ່ວມງານກັບ Freelancer ທີ່ມີສີມືທີ່ເໝາະສົມກັບໂຄງການຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ວ່ອງໄວ.
ມຸ່ງໝັ້ນສ້າງແພລັດຟອມຟຣີແລນສ໌ຂອງປະເທດລາວ ທີ່ເປັນຂົວຕໍ່ລະຫວ່າງຜູ້ປະກອບການ ແລະ ຟຣີແລນສ໌ມືອາຊີບ, ພ້ອມທັງສົ່ງເສີມການເຂົ້າເຖິງໂອກາດທີ່ເທົ່າທຽມ ແລະ ພັດທະນາສັກກະຍະພາບຂອງສີມືຄົນລາວ ເພື່ອການເຕີບໂຕແບບຍືນຍົງ ແລະ ກຽມພ້ອມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ
ສ້າງສັນ ແລະ ພັດທະນາເທັກໂນໂລຢີ: ການສຸມໃສ່ການຄົ້ນຄວ້າ, ປະດິດຄິດສ້າງ ແລະ ພັດທະນາສິ່ງໃໝ່ໆທາງດ້ານເທັກໂນໂລຢີ.
ສ້າງລະບົບນິເວດທີ່ໂປ່ງໃສ ແລະ ເທົ່າທຽມ: ສ້າງສະພາບແວດລ້ອມ ຫຼື ລະບົບນິເວດທີ່ໂປ່ງໃສໝາຍເຖິງທຸກຂັ້ນຕອນ, ການຕັດສິນໃຈຈະຖືກເປີດເຜີຍ, ສາມາດກວດສອບໄດ້, ເຊິ່ງຊ່ວຍສ້າງຄວາມໄວ້ວາງໃຈ ແລະ ຫຼຸດຜ່ອນການສໍ້ໂກງ.
ສົ່ງເສີມການພັດທະນາສັກກະຍະພາບສີມືຄົນລາວ: ສ້າງຄົນໃຫ້ສັກກະຍະພາບສີມືຄົນລາວທີ່ມີຄຸນນະພາບ ແລະ ຍົກລະດັບຄວາມສາມາດຂອງຄົນລາວໃຫ້ທັນກັບຍຸກສະໄໝ.
ເປີດປະຕູສູ່ຕະຫຼາດສາກົນ: ສ້າງຄົນທີ່ມີຄວາມສາມາດຊ່ວຍຂັບເຄື່ອນ ສັກກະຍະພາບຄົນລາວ ແລະ ການຂະຫຍາຍສູ່ລະດັບຕະຫຼາດແຮງງານສາກົນ
ພວກເຮົາຫວັງເປັນຢ່າງຍິ່ງວ່າທ່ານຈະໄດ້ຮັບປະສົບການທີ່ດີ ແລະ ໄດ້ປະໂຫຍດສູງສຸດຈາກການເປັນສ່ວນໜຶ່ງຂອງຊຸມຊົນ Seemuehub. ບໍ່ວ່າທ່ານຈະເປັນບຸກຄະລາກອນ Freelance ທີ່ກຳລັງຊອກຫາໂອກາດໃໝ່ໆ ຫຼື ເປັນຜູ້ປະກອບການທີ່ກຳລັງຄົ້ນຫາບຸກຄະລາກອນທີ່ມີສີມື, Seemuehub ພ້ອມທີ່ຈະເປັນຄູ່ຮ່ວມງານທີ່ເຊື່ອຖືໄດ້ຂອງທ່ານ.
ຫາກທ່ານມີຂໍ້ສອບຖາມ, ຂໍ້ຄິດເຫັນ ຫຼື ຕ້ອງການຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ພວກເຮົາໄດ້ທີ່:
Whatsapp: 020 9445 9922
ອີເມວ: info@seemuehub.com
Facebook: https://web.facebook.com/profile.php?id=61577401306770