ນະໂຍບາຍການຮ້ອງຂໍຖອນເງິນສຳລັບຟຣີແລນຊ໌

ສ້າງເມື່ອ: 7 ຕຸລາ 2025
ອັບເດດ: 1 ພະຈິກ 2025

ເມື່ອຟຣີແລນຊ໌ທີ່ໄດ້ຮັບການຈ້າງງານໃນລະບົບ ສີມືຮັບ (Seemuehub), ໄດ້ເຮັດວຽກສຳເລັດ ແລະ ສົ່ງວຽກຕາມການຕົກ ລົງກັນສອງຝ່າຍລະຫວ່າງ  ຜູ້ຈ້າງ ແລະ ຟຣີແລນຊ໌ແລ້ວ. ຟຣີແລນຊ໌ຕ້ອງຮ້ອງຂໍຖອນ ເງິນຢູ່ໃນລະບົບ Escrow, ສີມືຮັບ ຈະເປັນຜູ້ກວດສອບ ແລະ ໂອນເງີນຜ່ານບັນຊີໃຫ້ຟຣີແລນຊ໌ໂດຍກົງ

1) ເງື່ອນໄຂການຮ້ອງຂໍຖອນເງິນ

ຟຣີແລນຊ໌ສາມາດຮ້ອງຂໍຖອນເງິນໄດ້ໃນກໍລະນີທີ່ກົງກັບເງື່ອນໄຂດັ່ງນີ້:

  • ທ່ານໄດ້ສຳເລັດໜ້າວຽກທັງໝົດຕາມຕົກລົງກັນທັງສອງຝ່າຍ ລະຫວ່າງ  ຜູ້ຈ້າງ ແລະ ຟຣີແລນຊ໌, ຜູ້ຈ້າງໄດ້ຍອມຮັບການສົ່ງມອບວຽກຕາມເວລາທີ່ກຳນົດແລ້ວ.

  • ຜູ້ຈ້າງງານບໍ່ໄດ້ຕອບກັບ ຫຼື ບໍ່ຢືນຢັນການຮັບວຽກພາຍໃນ 7 ວັນ ນັບຕັ້ງແຕ່ມື້ທີ່ທ່ານໄດ້ແຈ້ງວ່າວຽກສຳເລັດ ແລະ ມອບໝາຍແລ້ວ.

  • ທ່ານຕ້ອງມີຫຼັກຖານຢັ້ງຢືນການສົ່ງວຽກສຳເລັດທີ່ໜ້າເຊື່ອຖືໄດ້ ເຊິງຫຼັກຖານທີ່ດີຄວນປະກອບດ້ວຍ:

    • ການຮັບຮອງການສົ່ງມອບວຽກສຳເລັດຈາກຜູ້ຈ້າງງານ

    • ການອັບໂຫຼດໄຟລ໌ວຽກທີ່ສຳເລັດແລ້ວໃນລະບົບ.

    • ບັນທຶກການສື່ສານທີ່ສະແດງເຖິງການມອບວຽກ.

    • ຂໍ້ມູນອື່ນໆ ທີ່ພິສູດວ່າວຽກໄດ້ສຳເລັດຕາມຂໍ້ຕົກລົງ.

2) ຂັ້ນຕອນການຮ້ອງຂໍ ແລະ ພິຈາລະນາ

  • ຟຣີແລນຊ໌ຕ້ອງສົ່ງຄຳຮ້ອງຂໍຖອນເງິນຢ່າງເປັນທາງການຜ່ານລະບົບຂອງ ສີມືຮັບ ພ້ອມທັງແນບຫຼັກຖານທັງໝົດທີ່ກ່ຽວຂ້ອງ.

  • ທີມງານຂອງ ສີມືຮັບ ຈະແຈ້ງໃຫ້ຜູ້ຈ້າງງານຊາບກ່ຽວກັບການຮ້ອງຂໍຖອນເງິນ ຟຣີແລນຊ໌ ເພື່ອຢືນຢັ້ນການສົ່ງສອບວຽກສຳເລັດ ແລະ ຕອບກັບພາຍໃນ 24 ຊົ່ວໂມງ ພາຍຫຼັງໄດ້ຮັບການແຈ້ງ. ຖ້າບໍ່ມີການຕອບກັບ, ການຮ້ອງຂໍຈະຖືກພິຈາລະນາຕາມຫຼັກຖານທີ່ມີ.

  • ຫຼັງຈາກໄດ້ຮັບຂໍ້ມູນຄົບຖ້ວນຈາກທັງສອງຝ່າຍ, ທີມງານຂອງ ສີມືຮັບ ຈະພິຈາລະນາ ແລະ ຈ່າຍຄ່າບໍລິການໃຫ້ຟຣີແລນຊ໌ພາຍໃນ 48 ຊົ່ວໂມງ (ວັນລັດຖະການ) ນັບຕັ້ງແຕ່ມື້ທີ່ໄດ້ຮັບຂໍ້ມູນຄົບຖ້ວນ.

  • ການຕັດສິນໃຈຂອງພວກເຮົາອາດຈະສົ່ງຜົນດັ່ງນີ້:

    • ອະນຸມັດຈ່າຍເຕັມຈຳນວນ: ຖ້າຫຼັກຖານສະແດງວ່າວຽກສຳເລັດຕາມຂໍ້ຕົກລົງທຸກຢ່າງ.

    • ອະນຸມັດຈ່າຍບາງສ່ວນ: ຖ້າວຽກສຳເລັດພຽງບາງສ່ວນ ຫຼື ມີຂໍ້ຜິດພາດເລັກນ້ອຍ.

    • ປະຕິເສດການຮ້ອງຂໍ: ຖ້າການຮ້ອງຂໍບໍ່ມີເຫດຜົນພຽງພໍ ຫຼື ຫຼັກຖານບໍ່ໜັກແໜ້ນ.

  • ຖ້າຄຳຮ້ອງຂໍຖອນເງິນຂອງທ່ານໄດ້ຮັບການອະນຸມັດ, ເງິນທີ່ຢູ່ໃນລະບົບ Escrow ຈະຖືກໂອນໃຫ້ທ່ານໂດຍກົງ. ການໂອນເງິນຈະດຳເນີນການຜ່ານບັນຊີທະນາຄານທີ່ທ່ານໄດ້ລົງທະ ບຽນໄວ້ໃນລະບົບ, ໂດຍຈະມີການຫັກຄ່າທຳນຽມການບໍລິການ 15% ຈາກຍອດເງິນທີ່ໄດ້ຮັບການ ຖອນ.

3) ຂໍ້ຍົກເວັ້ນການຮ້ອງຂໍຖອນເງິນ

ການຮ້ອງຂໍຖອນເງິນຈະຖືກປະຕິເສດໃນກໍລະນີດັ່ງຕໍ່ໄປນີ້:

  • ວຽກທີ່ທ່ານມອບໝາຍບໍ່ກົງກັບລາຍລະອຽດທີ່ໄດ້ຕົກລົງກັນ ຫຼື ມີຂໍ້ຜິດພາດຮ້າຍແຮງ.

  • ການຮ້ອງຂໍທີ່ບໍ່ມີຫຼັກຖານຢັ້ງຢືນການມອບວຽກທີ່ໜ້າເຊື່ອຖື.

  • ທຸລະກຳການຊຳລະເງິນທີ່ບໍ່ໄດ້ດຳເນີນການຜ່ານເວທີ ສີມືຮັບ ໂດຍກົງ.

4) ມາດຕະການຕໍ່ການສໍ້ໂກງ

ເພື່ອປົກປ້ອງການສໍ້ໂກງ ຂອງເວທີ ສີມືຮັບ ມີມາດຕະການຕໍ່ການສໍ້ໂກງດັ່ງນີ້:

  • ທີມງານຂອງພວກເຮົາຈະກວດສອບທຸກການຮ້ອງຂໍຖອນເງິນຢ່າງລະອຽດ.

  • ຖ້າພົບວ່າຟຣີແລນຊ໌ມີການຮ້ອງຂໍຖອນເງິນແບບສໍ້ໂກງ (ເຊັ່ນ: ໃຊ້ຫຼັກຖານປອມ ຫຼື ລາຍງານບໍ່ເປັນຄວາມຈິງ), ບັນຊີຂອງທ່ານຈະຖືກ ປິດຢ່າງຖາວອນ ທັນທີ ແລະ ບໍ່ສາມາດຖອນເງິນທີ່ຄ້າງຢູ່ໃນລະບົບໄດ້.