ຜູ້ຈ້າງງານມີສິດຍົກເລີກວຽກໄດ້ໂດຍມີຂໍ້ກຳນົດດັ່ງນີ້:
ຖ້າທ່ານຍົກເລີກວຽກກ່ອນ ຫຼື ພາຍໃນ 24 ຊົ່ວໂມງ, ຖ້າທ່ານນຳໃຊ້ ທະນາຄານ Indochina Bank ທ່ານຈະໄດ້ຮັບການຄືນເງິນເຕັມຈຳນວນ, ຖ້າທະນາຄານອື່ນ ແມ່ນຈະຫັກຄ່າບໍລິການຕາມຂໍ້ກຳນນົດຂອງທະ ນາຄານ.
ຖ້າທ່ານຍົກເລີກວຽກຫຼັງຈາກ 24 ຊົ່ວໂມງ ກ່ອນການກຳນົດເວລາເລີ່ມຕົ້ນວຽກ, ທ່ານຈະຕ້ອງຈ່າຍ 50% ຂອງມູນຄ່າວຽກທີ່ໄດ້ຕົກລົງໃຫ້ກັບຟຣີແລນຊ໌ ເພື່ອເປັນຄ່າເສຍເວລາ ແລະ ຄ່າກຽມຄວາມພ້ອມ.
ຖ້າການຍົກເລີກເກີດຂຶ້ນຫຼັງຈາກຟຣີແລນຊ໌ໄດ້ເລີ່ມວຽກແລ້ວ, ທ່ານຈະຕ້ອງຈ່າຍຄ່າວຽກເຕັມຈຳນວນຕາມທີ່ ໄດ້ຕົກລົງກັນໄວ້. ເງິນທີ່ຢູ່ໃນລະບົບ Escrow ຈະຖືກໂອນໃຫ້ຟຣີແລນຊ໌.
2) ນະໂຍບາຍການຍົກເລີກສຳລັບຟຣີແລນຊ໌
ຟຣີແລນຊ໌ມີຄວາມຮັບຜິດຊອບທີ່ຈະປະຕິບັດຕາມຂໍ້ກຳນົດການຍົກເລີກດັ່ງນີ້:
ຟຣີແລນຊ໌ ຫຼື ຜູ້ຮັບວຽກ ຕ້ອງແຈ້ງໃຫ້ຜູ້ຈ້າງງານຊາບຢ່າງໜ້ອຍ 24 ຊົ່ວໂມງກ່ອນກຳນົດເວລາເລີ່ມວຽກ ຖ້າບໍ່ສາມາດເຮັດວຽກໄດ້.
ຖ້າ ຟຣີແລນຊ໌ ຫຼື ຜູ້ຮັບວຽກ ຍົກເລີກວຽກກະທັນຫັນ ພາຍໃນ 03 ຊົ່ວໂມງ ກ່ອນເລີ່ມວຽກໂດຍບໍ່ມີການສື່ສານທີ່ຊັດເຈນອາດສົ່ງຜົນໃຫ້ບັນຊີຂອງທ່ານຖືກ ລະງັບຊົ່ວຄາວ ຫຼື ຖືກຫຼຸດໂອກາດໃນການຮັບວຽກໃນອະນາຄົດ.
ຖ້າ ຟຣີແລນຊ໌ ຫຼື ຜູ້ຮັບງານບໍ່ໄປພົບຕາມນັດໝາຍໂດຍບໍ່ມີການແຈ້ງລ່ວງໜ້າ, ຜູ້ຈ້າງງານມີສິດ ທີ່ຈະຂໍຄືນຄະແນນຄືນເຕັມຈຳນວນ ແລະ ສາມາດລາຍງານການກະທຳຜິດໃຫ້ທີມງານ ສີມືຮັບ ເພື່ອດຳເນີນມາດຕະການຕໍ່ໄປ.