ນະໂຍບາຍການເຕີມເຄຣດິດ (Top-Up)

ສ້າງເມື່ອ: 7 ຕຸລາ 2025
ອັບເດດ: 1 ພະຈິກ 2025

1) ລັກສະນະ ແລະ ມູນຄ່າຂອງເຄຣດິດ

ເຄຣດິດແມ່ນສະກຸນເງິນພາຍໃນເວທີຂອງ ສີມືຮັບ (Seemuehub), 1 ເຄຣດິດ ມີມູນຄ່າເທົ່າກັບ 1 ກີບ (LAK). ເຄຣດິດທີ່ເຕີມເຂົ້າຈະຖືກເກັບໄວ້ໃນບັນຊີຂອງທ່ານ ແລະ ສາມາດນຳໃຊ້ໄດ້ສະເພາະທຸລະກຳພາຍ ໃນລະ ບົບເທົ່ານັ້ນ.

2) ຂັ້ນຕອນການເຕີມເຄຣດິດ (Top-Up)

ເພື່ອຄວາມໂປ່ງໃສ ແລະ ຄວາມປອດໄພຂອງການດຳເນີນທຸລະກຳ, ການເຕີມເຄຣດິດຈະຖືກປະຕິບັດຕາມ ຂັ້ນຕອນທີ່ລະບຸໄວ້ຂ້າງລຸ່ມນີ້:

  • ທ່ານຕ້ອງປ້ອນຈຳນວນເຄຣດິດທີ່ຕ້ອງການເຕີມເຂົ້າໃນບັນຊີຂອງທ່ານ.

  • ເລືອກຊ່ອງທາງການຊຳລະເງິນທີ່ຮອງຮັບຊື່ ບັນຊີ: VANGUARD INITIATIVE CO., LTD, ທະນາຄານ: Indochina Bank (IB). ລະບົບຈະສ້າງລະຫັດ QR ຫຼື ຂໍ້ມູນການໂອນເງິນສະເພາະສຳລັບການເຕີມເຄຣດິດຄັ້ງນັ້ນໆ. ທ່ານຕ້ອງນຳໃຊ້ Mobile Banking ຂອງທ່ານເພື່ອສະແກນລະຫັດ Lao QR ດັ່ງກ່າວ ຫຼື ໂອນເງິນຕາມຂໍ້ມູນທີ່ລະບຸໄວ້.

  • ຫຼັງຈາກການຊຳລະເງິນສຳເລັດ, ລະບົບຈະປ່ຽນເງິນຂອງທ່ານເປັນເຄຣດິດໃຫ້ອັດຕະໂນມັດ ແລະ ທ່ານຈະໄດ້ຮັບເຄຣດິດເຂົ້າບັນຊີຕາມຈຳນວນເງິນທີ່ເຕີມ.

3) ການນຳໃຊ້ ແລະ ການຖອນເຄຣດິດ

  • ເຄຣດິດແມ່ນໃຊ້ສຳລັບການຊຳລະຄ່າຈ້າງ, ຊື້ບໍລິການ ຫຼື ຄ່າທຳນຽມຕ່າງໆ ພາຍໃນເວທີ ສີມືຮັບ (Seemuehub). ເມື່ອມີການຕົກລົງຈ້າງງານ, ເຄຣດິດມູນຄ່າວຽກຈະຖືກເກັບໄວ້ໃນລະບົບ Escrow ຈົນກວ່າວຽກຈະສຳເລັດ.

  • ເຄຣດິດທີ່ຍັງເຫຼືອບໍ່ສາມາດຖອນເເປັນເງິນໄດ້, ເຄຣດິດສາມາດໃຊ້ຊື້ບໍລິການພາຍໃນລະບົບເທົ່ານັ້ນ.

4) ຂໍ້ກຳນົດ ແລະ ຂໍ້ຄວນລະວັງ

  • ຫ້າມໃຊ້ວິທີການທີ່ຜິດກົດໝາຍໃນການເຕີມເຄຣດິດ, ການກະທຳດັ່ງກ່າວຈະຖືກລົງໂທດຢ່າງເຂັ້ມງວດ.

  • ສີມືຮັບ ຂໍສະຫງວນສິດໃນການກວດສອບທຸກທຸລະກຳການເຕີມເຄຣດິດທີ່ໜ້າສົງໄສ ແລະ ອາດຈະຮ້ອງຂໍຂໍ້ມູນເພີ່ມເຕີມຈາກທ່ານເພື່ອຢັ້ງຢືນຄວາມຖືກຕ້ອງ.

  • ທ່ານຕ້ອງຮັບຜິດຊອບຕໍ່ຄວາມຖືກຕ້ອງຂອງຂໍ້ມູນການຊຳລະເງິນ ແລະ ຄວາມປອດໄພຂອງບັນຊີຕົນເອງ.

  • ຫ້າມນຳໃຊ້ລະຫັດ QR ທີ່ເຄີຍຊຳລະແລ້ວມາສະແກນເພື່ອເຕີມເງິນໃໝ່, ເນື່ອງຈາກລະຫັດດັ່ງກ່າວຈະໄດ້ເຄຣດິດເທົ່າກັບເຄຣດິດທີ່ເຄີຍເຕີມຜ່ານມາ. ທາງພວກເຮົາຈະບໍ່ຮັບຜິດຊອບ ຕໍ່ການເຕີມເຄຣດິດຈາກ QR ເກົ່າແລ້ວໄດ້ເຄຣດິດບໍ່ຄົບຕາມຈຳ ນວນທີ່ຕ້ອງການຕາມຂໍ້ກຳນົດນີ້. ທ່ານຄວນປະຕິບັດຕາມຂັ້ນຕອນການເຕີມເງິນທີ່ລະບຸໄວ້ໃນຂໍ້ 2 ຢ່າງເຄັ່ງຄັດ.